Skip to content

ການສວຍໃຊ້ປະໂຫຍດທາງເພດຈາກເດັກໃນທາງທຸລະກິດ ໃນ ສປປ ລາວ

ຈັດພິມໂດຍ: Open Development Laos

ບົດຄົ້ນຄວ້າກ່ຽວກັບກັບການສວຍໃຊ້ປະໂຫຍດທາງເພດຈາກເດັກນ້ອຍໃນທາງທຸລະກິດ (CSEC) ໃນ ສປປ ລາວສະບັບນີ້ ແມ່ນສ້າງຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການຢູນິເຊັບ ປະຈຳລາວ, ອົງການ UNIAP, ອົງການຊ່ວຍເຫຼືອເດັກ ແລະ ອົງການສຸພະນິມິດ, ເພື່ອຈຸດປະສົງໃນການສົ່ງເສີມຄວາມເຂົ້າໃຈ ເພື່ອໃຫ້ຂໍ້ມູນ ແລະ ໃຫ້ທິດທາງສຳລັບການດຳເນີນງານແຫ່ງຊາດກ່ຽວກັບບັນຫາດັ່ງກ່າວ. ໃນຂະນະທີ່ CSEC ຖືເປັນໜຶ່ງໃນບັນຫາການປົກປ້ອງເດັກນ້ອຍໃນ ສປປ ລາວ, ຂໍ້ມູນທາງດ້ານຄຸນະພາບ ແລະ ປະລິມານ ກໍຄືຫຼັກຖານທີ່ມີກ່ຽວກັບສະຖານະໃນປະຈຸບັນ ຫຼື ສິ່ງສໍ່ສະແດງ, ຂະໜາດ ແລະ ຂອບເຂດຂອງປະກົດການດັ່ງກ່າວ ແມ່ນມີໜ້ອຍ. ການປ່ຽນແປງທາງດ້ານເສດຖະກິດ ແລະ ສັງຄົມໃນໄລຍະຜ່ານມາ ໄດ້ສົ່ງຜົນຕໍ່ການປ່ຽນແປງຂອງ CSEC ໃນ ສປປ ລາວ,ໂດຍສະເພາະໃນດ້ານຮູບແບບ ເຊັ່ນຮູບພາບອານາຈານເດັກ ແລະ ການທ່ອງທ່ຽວບໍລິການ ທາງເພດເດັກ ເຊິ່ງເກີດຂຶ້ນນັບແຕ່ການເຮັດບົດຄົ້ນຄວ້າກ່ຽວກັບບັນຫາດັ່ງກ່າວເປັນຄັງທຳອິດໃນປີ 2002. ຍ້ອນການສວຍໂອກາດທາງເພດເດັກເພື່ອທຸລະກິດ ມີລັກສະນະ ຜິດກົດໝາຍ ແລະ ປິດລັບ, ມັນຈຶ່ງເປັນການຍາກທີ່ຈະໄດ້ຂໍ້ມູນທີ່ຊັດເຈນ ກ່ຽວກັບຈຳນວນເດັກນ້ອຍທີ່ຕົກເປັນເຫຍື່ອ. ເພື່ອບັນລຸຈຸດໝາຍດັ່ງກ່າວນີ້ ບົດວິໄຈນີ້ ໄດ້ນຳໃຊ້ຂະບວນການປະສົມປະສານ ລະຫວ່າງວິທີການທາງຄຸນນະພາບ ແລະ ປະລິມານ ເຊັ່ນ ການວິເຄາະຂໍ້ມູນທີ່ມີຢູ່ກ່ຽວກັບ CSEC, ການສຳພາດແບບເຄິງໂຄງສ້າງ ທັງໃນລະດັບນະໂຍບາຍ ແລະ ລະດັບແນວໜ້າທີ່ເຮັດວຽກຕົວຈິງກ່ຽວກັບ CSEC ,ການສັງເກດການໃນພື້ນທີ່ທີ່ມີຄວາມສ່ຽງສູງ, ກໍຄືການຈັດກຸ່ມສົນທະນາ ຮ່ວມກັບຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກ CSEC.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - The Commercial Sexual Exploitation of Children in Lao PDR

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Child rights
  • Human rights
  • Human trafficking
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ປີຈັດພິມ 2011
ຈຳນວນໜ້າ 61
ວັນທີອັບໂຫຼດ ມິຖຸນາ 26, 2019, 06:51 (UTC)
ວັນທີດັດແປງ ພະຈິກ 28, 2019, 07:00 (UTC)