Skip to content

ການສຳຫຼວດແຫ່ງຊາດກ່ຽວກັບສຸຂະພາບຂອງແມ່ຍິງ ແລະ ປະສົບການຊີວິດ 2014: ບົດຄົ້ນຄວ້າກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ຈັດພິມໂດຍ: Open Development Laos

ດັ່ງທີ່ມີການຮັບຮູ້ໃນທົ່ວໂລກ ກໍ່ຄືໃນ ສປປ ລາວ ວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (VAW) ແມ່ນບັນຫາສາທາລະນະສຸກທີ່ຮ້າຍແຮງ ແລະ ເປັນການລ່ວງລະເມີດສິດທິມະນຸດຕໍ່ແມ່ຍິງ. ແຕ່ວ່າຢູ່ໃນ ສປປ ລາວ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເປັນບັນຫາຫຍຸ້ງຍາກທາງວັດທະນະທຳ. ຕາມການສຳຫຼວດຕົວຊີ້ວັດທາສັງຄົມ (LSIS) ປີ 2011-2012, 58% ຂອງແມ່ຍິງ ແລະ 49% ຂອງຜູ້ຊາຍມີລາຍງານວ່າມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຖ້າວ່າແມ່ຍິງບໍ່ປະຕິບັດຕາມບັນທັດຖານ, ບົດບາດ ແລະ ການພົວພັນທາງເພດຕາມຮີດຄອງປະເພນີ. ເຖິງຢ່າງໃດກໍຕາມ, ຜົນການວິໄຈນີ້ເປັນພຽງສ່ວນນ້ອຍໆ ເພື່ອສະແດງຂະໜາດອັນແທ້ຈິງຂອງບັນຫາ. ເຖິງຈະມີການຄົ້ນຄວ້າຂະໜາດນ້ອຍຫຼາຍຢ່າງ ກ່ຽວກັບການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ, ແຕ່ກໍຍັງບໍ່ທັນມີການຄົ້ນຄວ້າລະດັບປະເທດທີ່ລະອຽດ ແລະ ຄອບຄຸມທົ່ວເຖິງ. ພາຍໃຕ້ພື້ນຖານດັ່ງກ່າວນີ້, ການສຳຫຼວດແຫ່ງຊາດກ່ຽວກັບສຸຂະພາບຂອງແມ່ຍິງ ແລະ ປະສົບການຊີວິດ 2014 ຈຶ່ງໄດ້ມີການດຳເນີນ ເພື່ອເກັບກຳຫຼັກຖານທີ່ຈຳເປັນ ໃນການພັດທະນາວິທີການໃນການສ້າງນະໂຍບາຍທີ່ມີປະສິດທິພາບ ເພື່ອຮັບມືກັບບັນຫາດັ່ງກ່າວ. ບົດວິໄຈນີ້ ເຊິ່ງນຳໃຊ້ວິທີການຄົ້ນຄວ້າຫຼາຍປະເທດຂອງອົງການອະນາໄມໂລກ ກ່ຽວກັບສຸຂະພາບຂອງແມ່ຍິງ ແລະ ການໃຊ້ຄວາມຮຸນແຮງພາຍໃນຄົວເຮືອນຕໍ່ແມ່ຍິງ ແມ່ນນຳໂດຍ ຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ສູນສະຖິຕິແຫ່ງຊາດ ພາຍໃຕ້ການສະໜັບສະໜູນຂອງອົງການ UNFPA ແລະ UN Women.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Lao National Survey on Womens Health and Life Experiences 2014: A Study on Violence against Women

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Human rights
  • Human trafficking
  • Women
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) National Commission for the Advancement of Women, Lao PDR
ຜູ້ຈັດພິມ National Commission for the Advancement of Women, Lao PDR
ປີຈັດພິມ 2015
ຈຳນວນໜ້າ 261
ວັນທີອັບໂຫຼດ ມິຖຸນາ 26, 2019, 06:51 (UTC)
ວັນທີດັດແປງ ພະຈິກ 28, 2019, 09:04 (UTC)