Skip to content

ການຄ້າມະນຸດໃນອາຊີຕາເວັນອອກສຽງໃຕ້: ການເປີດເຜີຍການປ່ຽນແປງກ່ຽວກັບພັນທະ ແລະ ຄວາມຮັບຜິດຊອບຂອງພາກລັດ

ຈັດພິມໂດຍ: Open Development Laos

ໃນພາກທີ່ I ຂອງບົດຄວາມນີ້, Renshaw ອະທິບາຍບາງທິດສະດີໃນປະຈຸບັນ ກ່ຽວກັບວິທີການ ແລະ ເຫດຜົນ ທີ່ລັດຖະບານຮັບຮອງເອົາບັນທັດຖານກ່ຽວກັບການຄ້າມະນຸດ ແລະ ຜັນຂະຫຍາຍບັນທັດຖານເຫຼົ່ານີ້ເຂົ້າສູ່ຕົວບົດກົດໝາຍ ແລະ ນະໂຍບາຍ. ພາກທີ II ໄດ້ວາງໂຄງຮ່າງກ່ຽວກັບກົດໝາຍວ່າດ້ວຍການປົກປ້ອງຜູ້ຕົກເປັນເຫຍື່ອຂອງການຄ້າມະນຸດ (TVPA) ແລະ ລະບົບໃນໂລກທີ່ເກີດຂຶ້ນຄຽງຄຸ່ກັນ ຄືພິທີສານ Palermo ຂອງສະຫະປະຊາຊາດ. ພາກທີ III ແມ່ນພິຈາລະນາວິທີການທີ່ ບັນດາປະເທດອາຊຽນນຳໃຊ້ ເພື່ອຕອບໂຕ້ຕໍ່ລະບອບການຕ້ານການຄ້າມະນຸດໃນທົ່ວໂລກ. ພາກທີ IV ແມ່ນອະທິບາຍວ່າບັນດາປະເທດອາຊຽນມີຄວາມເຂົ້າໃຈແນວໃດຕໍ່ກັບບັນຫາການຄ້າມະນຸດ. ພາກທີ V ແມ່ນອະທິບາຍວິທີການທີ່ບັນດາປະເທດອາຊຽນນຳໃຊ້ ເພື່ອຕອບໂຕ້ຕໍ່ໄພຈາກກິດຈະກຳດັ່ງກ່າວ ພາຍໃຕ້ TVPA. ພາກທີ VI ພິຈາລະນາການເກີດຂຶ້ນຂອງຂອບໂຄງສ້າງພາກພື້ນ ເພື່ອແກ້ໄຂບັນຫາການຄ້າມະນຸດ. ບົດຄວາມນີ້ໃຫ້ຂໍ້ສະຫຼຸບວ່າ ມາດຕະການຝ່າຍດຽວ ທີ່ຈັດຕັ້ງປະຕິບັດພາຍໃຕ້ TVPA ເປັນການທຳລາຍຂະບວນການລະດັບພາກພື້ນ ແລະ ສ້າງຄວາມເສື່ອມຖອຍ ໃຫ້ແກ່ການຫັນເປັນສາກົນ ຂອງບັນທັດຖານດ້ານສິດທິມະນຸດ ກ່ຽວກັບການຄ້າມະນຸດ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Human Trafficking in Southeast Asia: Uncovering the Dynamics of State Commitment and Compliance

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Human trafficking
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Catherine Renshaw
ປີຈັດພິມ 2016
ຈຳນວນໜ້າ 50
ວັນທີອັບໂຫຼດ ມິຖຸນາ 26, 2019, 06:50 (UTC)
ວັນທີດັດແປງ ພະຈິກ 28, 2019, 04:29 (UTC)