Skip to content

ການຕ້ານການຄ້າມະນຸດໃນອາຊີຕາເວັນອອກ: ການພິຈາລະນາຊ່ອງຫວ່າງ

ຈັດພິມໂດຍ: Open Development Laos

ເຖິງຈະມີການໃຫ້ສັດຕະຍາບັນໃນຂອບໂຄງສ້າງວຽກງານການຕ້ານການຄ້າມະນຸດໃນທົ່ວໂລກ ແລະ ພາກພື້ນ, ແລະ ມີການປະກາດໃຊ້ກົດໝາຍທີ່ກ່ຽວຂ້ອງຂອງແຕ່ລະປະເທດ, ການຄ້າມະນຸດ ຍັງຄົງເປັນບັນຫາ ທີ່ມີຜົນຕໍ່ຄວາມໝັ້ນຄົງໃນອາຊີຕາເວັນອອກ, ເປັນໄພຮຸກຮານຕໍ່ປະເທດຊາດ ແລະ ສັງຄົມ. ສອງໃນສາມຂອງຜູ້ທີ່ຕົກເປັນເຫຍື່ອ ໃນການຄ້າມະນຸດໃນທົ່ວໂລກ ຫຼື ປະມານ 25 ລ້ານຄົນ ໄດ້ຮັບການຢືນຢັນວ່າຢູ່ໃນພາກພື້ນດັ່ງກ່າວ. ບົດວິເຄາະ NTS Insight ສະບັບນີ້ ໃຫ້ການທົບທວນໂດຍສັງເຂບ ກ່ຽວກັບທ່າອ່ຽງ ແລະ ຮູບແບບການຄ້າມະນຸດໃນປະຈຸບັນ ໃນພາກພື້ນອາຊີຕາເວັນອອກ. ມັນສະແດງໃຫ້ເຫັນວ່າ ຂອບໂຄງສ້າງທາງກົດໝາຍທີ່ເຂັ້ມແຂງ, ເຖິງວ່າຈະມີຄວາມສຳຄັນ ແຕ່ກໍ່ບໍ່ພຽງພໍໃນການລຶບລ້າງ ແລະ ສະກັດກັ້ນການຄ້າມະນຸດ. ເອກະສານສະບັບນີ້ ຕົ້ນຕໍແມ່ນວິເຄະສາມບັນຫາພື້ນຖານ ທີ່ເປັນອຸປະສັກຕໍ່ປະສິດທິພາບຂອງການປະຕິບັດກົດໝາຍ ແລະ ການລຶບລ້າງການຄ້າມະນຸດ ຄື: (1) ຄວາມສາມາດຂອງປະເທດໃນການປະຕິບັດກົດໝາຍຍັງອ່ອນ; (2) ບັນຫາກ່ຽວກັບການສໍ້ລາດບັງຫຼວງ-ຄ້າມະນຸດທີ່ຍືດເຍື້ອ; ແລະ (3) ການສະໜັບສະໜູນ ແລະ ການຊ່ວຍເຫຼືອໃນການປົກປ້ອງຜູ້ປະສົບເຄາະຍັງຈຳກັດ. ມັນໄດ້ເນັ້ນເຖິງຄວາມສຳຄັນຂອງການພັດທະນາ ແລະ ໝູນໃຊ້ວິທີການ ໂດຍອາໄສຜູ້ທີ່ຕົກເປັນເຫຍື່ອເປັນສູນກາງ ເພື່ອເຮັດໃຫ້ວຽກງານຕ້ານການຄ້າມະນຸດຄອບຄຸມທົ່ວເຖິງ ແລະ ມີປະສິດທິພາບ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Combatting Human Trafficking in East Asia: Mind the Gaps

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Human rights
  • Human trafficking
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Julius Cesar Trajano
ປີຈັດພິມ 2018
ຈຳນວນໜ້າ 13
ວັນທີອັບໂຫຼດ ມິຖຸນາ 26, 2019, 06:50 (UTC)
ວັນທີດັດແປງ ພະຈິກ 25, 2019, 06:42 (UTC)