Skip to content

ການປົດລ໋ອກທ່າແຮງສູງສຸດ ຂອງຂະແໜງການຜະລິດຊາຕົ້ມນ້ຳ ຂອງ ສປປ ລາວ

ຈັດພິມໂດຍ: Open Development Laos

ຊາຕົມນ້ຳຂອງລາວແມ່ນປູກ ແລະ ເກັບໂດຍຊາວກະສິກອນຂະໜາດນ້ອຍ. ສະນັ້ນ ມັນຈຶ່ງມີທ່າແຮງທີ່ເຂັມແຂງ ເພື່ອປະກອບສ່ວນໃນການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາຊົນນະບົດ. ເຖິງຈະມີພື້ນທີ່ການຜະລິດຂະໜາດໃຫຍ່, ປະລິມານຊາຕົ້ມນ້ຳທີ່ຜະລິດ ແລະ ສົ່ງອອກຂອງລາວ ແມ່ນມີໜ້ອຍ. ລາວສາມາດສ້າງປະໂຫຍດຈາກເງື່ອນໄຂການຜະລິດທີ່ເອື້ອອຳນວຍ, ຄວາມຫຼາກຫຼາຍທີ່ເປັນເອກະລັກ ແລະ ວິທີການຜະລິດແບບພື້ນເມືອງ ເພື່ອພັດທະນາຂະແໜງການຜະລິດ ຊາຕົ້ມນ້ຳທີ່ມີຄຸນນະພາບສູງ. ບັນຫາທີ່ກົດດັນທີ່ສຸດ ແມ່ນການປັບປຸງຄຸນນະພາບ ທັງພາບໃນສວນຊາ ແລະ ໃນຂັ້ນຕອນການຜະລິດຕໍ່ມາ (ການເກັບກ່ຽວ, ການປຸງແຕ່ງ). ເຖິງຢ່າງໃດກໍຕາມ ສິ່ງສຳຄັນທີ່ຄວນຄຳນຶງກໍຄື ການຍົກລະດັບຄວາມສາມາດຂອງຊາວກະສິກອນ ຈະປະສົບຜົນສຳເລັດກໍຕໍ່ເມື່ອ ມີການຈັດຕັ້ງຕ່ອງໂສ້ຄຸນຄ່າ ທີ່ຊາວກະສິກອນ ສາມາດໄດ້ຮັບປະໂຫຍດຈາກຄວາມພະຍາຍາມຂອງຕົນ ໃນການປັບປຸງຄຸນນະພາບການຜະລິດ. ຍຸດທະສາດຂອງຂະແໜງການຜະລິດຊາທີ່ຍືນຍົງ ແລະ ເລິກເຊິ່ງ ແນໃສ່ຍົກລະດັບ ຊີວິດການເປັນຢູ່ ແລະ ຜົນປະໂຫຍດຂອງຊາວກະສິກອນຂະໜາດນ້ອຍ, ການກໍ່ສ້າງ ແລະ ການຍົກລະດັບສິ່ງອຳນວຍຄວາມສະດວກໃນການປຸງແຕ່ງໃນທ້ອງຖິ່ນ ແລະ ການຂະຫຍາຍຕະຫຼາດ ຄວນໄດ້ຮັບການກຳນົດຢ່າງທົ່ວເຖິງ.

ແຫຼ່ງຂໍ້ມູນ (2)

ເບິ່ງຕົວຢ່າງຂໍ້ມູນ - Unlocking the full potential of Lao PDR tea sector

Additional Info

Field Value
ປະເພດເອກະສານ Issue and policy briefs
ພາສາຂອງເອກະສານ
  • ລາວ
ຫົວຂໍ້ Agriculture
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Sengphachanh Sonethavixay, Khamphou Phouyyavong (PhD Candidate), Phanxay Ingxay (PhD), Isabelle Vagneron (PhD)
ຜູ້ຈັດພິມ NAFRI
ປີຈັດພິມ 2018
ຈຳນວນໜ້າ 4
ວັນທີອັບໂຫຼດ ກຸມພາ 13, 2019, 04:15 (UTC)
ວັນທີດັດແປງ ທັນວາ 12, 2019, 04:57 (UTC)