Skip to content

ການເມືອງເຂດແດນຂອງການວາງແຜນການນຳໃຊ້ທີ່ດິນໃນລາວ

ຈັດພິມໂດຍ: Open Development Laos

ເອກະສານສະບັບນີ້ ສຶກສາຂະບວນການວາງແຜນການນຳໃຊ້ທີ່ດິນໃນລາວ, ໂດຍສະເພາະແມ່ນການກໍ່ສ້າງ ແລະ ປ່ຽນຮູບຕາມຜົນປະໂຫຍດຂອງຜູ້ປະຕິບັດຕົ້ນຕໍ ແລະ ຍຸດທະສາດ ໃນແຕ່ລະຂະໜາດ ແລະ ການເຊື່ອມຕໍ່ໃກ້ຊິດກັບທັດສະນະເຫດຜົນຂອງລັດກ່ຽວກັບການຫັນປ່ຽນທາງດ້ານທີ່ດິນ. ມັນໃຫ້ການວິຈານຕໍ່ທັດສະນະທີ່ເຫັນວ່າ ການວາງແຜນການນຳໃຊ້ ທີ່ດິນເປັນເຄື່ອງມື ໃນການເຊື່ອມຕໍ່ນະໂຍບາຍ ແລະ ການແບ່ງແຍກທາງສະຖາບັນ ເພື່ອຜັນຂະຫຍາຍການຈັດການຄຸ້ມຄອງທີ່ດິນທັງໝົດ. ໃນທາງກັບກັນ, ມັນອະທິບາຍ ການວາງແຜນການນຳໃຊ້ທີ່ດິນ ເປັນການປະຕິບັດອຳນາດ ແລະ ຂອບເຂດຂອງການຍາດແຍ່ງອຳນາດ ເຊິ່ງຂັບເຄື່ອນໂດຍເປົ້າໝາຍການພັດທະນາ ຂອງບັນດາຂະແໜງການກະຊວງ ແລະ ຜົນປະໂຫຍດຂອງຜູ້ປະຕິບັດທ້ອງຖິ່ນທີ່ມີອຳນາດ. ພວກເຮົາສະແດງວ່າດ້ວຍເຫດໃດການແຂ່ງຂັນແບບເກື້ອກຸນ ແລະ ການແຍກສ່ວນຂະແໜງການ ຈຶ່ງແຜ່ຫຼາຍຢູ່ໃນຂັ້ນຕອນ ການສ້າງແຜນແມ່ບົດກ່ຽວກັບທີ່ດິນແຫງ່ຊາດຂອງລາວ. ບົດຄົ້ນຄວ້ານີ້ ສະແດງເຫດຜົນຂອງການຄຸ້ມຄອງຈັດການທີ່ດິນໃນລາວ ປະກອບດ້ວຍການແບ່ງແຍກລະຫວ່າງຂະບວນ ການວາງແຜນການນຳໃຊ້ທີ່ດິນໃນລະດັບຊາດ ແລະ ລະດັບທ້ອງຖິ່ນ ແລະ ຄວາມບໍ່ຕໍ່ເນື່ອງລະຫວ່າງການວາງແຜນການນຳໃຊ້ທີ່ດິນ ແລະ ການນຳໃຊ້ທີ່ດິນໃນຕົວຈິງ ໃນແຕ່ລະຂະໜາດ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - The territorial politics of land use planning in Laos

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Land
  • Land policy and administration
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Diana Suhardiman, Oulavanh Keovilignavong, Miles Kenney-Lazar
ປີຈັດພິມ 2019
ຈຳນວນໜ້າ 11
ວັນທີອັບໂຫຼດ ມີນາ 12, 2019, 06:45 (UTC)
ວັນທີດັດແປງ ທັນວາ 9, 2019, 08:39 (UTC)