Skip to content

ບົດວິໃຈກ່ຽວກັບແຜນພັດທະນາເຂດເສດຖະກິດິເສດໃນພື້ນທີ່ຊາຍແດນ (ແຂວງສະຫວັນນະເຂດ)

ຈັດພິມໂດຍ: Open Development Laos

ບົດລາຍງານນີ້ແມ່ນບົດວິໃຈກ່ຽວກັບແຜນພັດທະນາເຂດເສດຖະກິດພິເສດໃນພື້ນທີ່ຊາຍແດນ ກໍລະນີສຶກສາຢູ່ແຂວງສະຫວັນນະເຂດ. ບົດວິໄຈນີ້ຄົ້ນຄວ້າແຜນການໃນການຈັດຕັ້ງເຂດເສດຖະກິດພິເສດ (SEZ) ຢູ່ແຂວງສະຫວັນນະເຂດ ລຽບຕາມເສັ້ນທາງເລກ 9 ລະຫວ່າງຂົວມິດຕະພາບໃໝ່ກັບຈຸດເຊື່ອມຕໍ່ກັບເສັ້ນທາງແຫ່ງຊາດເລກທີ 13. SEZ ແມ່ນມີໜ້າທີ່ການນຳໃຊ້ຫຼາຍຢ່າງເຊັ່ນ: ການຂົນສົ່ງ ແລະ ການບໍລິການທີ່ກ່ຽວຂ້ອງກັບການຂົນສົ່ງ, ການສົ່ງອອກສິນຄ້າ, ຕະຫຼາດ ແລະ ການຄ້າເສລີ, ການທ່ອງທ່ຽວ ແລະ ອຸດສາຫະກຳການບໍລິການອື່ນໆ. SEZ ລັກສະນະນີ້ຈະປະກອບສ່ວນໃຫຍ່ຫຼວງໃນການພັດທະນາເສດຖະກິດ ແລະ ສັງຄົມຂອງແຂວງສະຫວັນນະເຂດ ແລະ ຂອງປະເທດລາວ, ແລະ ເພື່ອສົ່ງເສີມຜົນດ້ານເສດຖະກິດໃນແນວພື້ນທີ່ເສດຖະກິດຕາເວັນອອກ-ຕາເວັນຕົກ ເຊິ່ງຢູ່ພາຍການຮ່ວມມືຂອງລັດຖະບານຍີ່ປຸ່ນ. ບົດວິໄຈດັ່ງກ່າວແນໃສ່ຊຸກຍູ້ລັດຖະບານລາວໃນການຈັດຕັ້ງປະຕິບັດເຂດເສດຖະກິດພິເສດດັ່ງກ່າວ ໂດຍປະສານສົມທົບກັບໂຄງການແນວພື້ນທີ່ຕາເວັນອອກ-ຕາເວັນຕົກ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - The Study on Special Economic Zone Development in Border Area (Savannakhet Province) in Lao People’s Democratic Republic: Main Report

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Special economic zones
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 2001
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) Japan International Cooperation Agency
ຜູ້ຈັດພິມ Japan International Cooperation Agency
ປີຈັດພິມ 2001
ຈຳນວນໜ້າ 264
ວັນທີອັບໂຫຼດ ສິງຫາ 14, 2018, 03:58 (UTC)
ວັນທີດັດແປງ ທັນວາ 10, 2019, 09:20 (UTC)