Skip to content

ສະຖານະຄວາມບໍ່ໝັ້ນຄົງດ້ານສະບຽງອາຫານໂລກ 2015

ຈັດພິມໂດຍ: Open Development Laos

ບົດລາຍງານສະຖານະຄວາມບໍ່ໝັ້ນຄົງດ້ານສະບຽງອາຫານໂລກ ປະຈຳປີສະບັບນີ້ ສັງລວມຄວາມຄືບໜ້າ ສູ່ການບັນລຸເປົ້າໝາຍການພັດທະນາແຫ່ງສະຫະສະວັດ 1 (MDG 1) ແລະ ເປົ້າໝາຍຂອງກອງປະຊຸມສຸດຍອດສະບຽງອາຫານໂລກ ແລະ ທົບທວນສິ່ງທີ່ຕ້ອງເຮັດສຳເລັດ ໃນໄລຍະຂ້າມຜ່ານ ສູ່ວາລະການພັດທະນາແບບຍືນຍົງ ຫຼັງປີ 2015. ບົດລາຍງານສະບັບນີ້ ທົບທວນຄວາມຄືບໜ້ານັບແຕ່ປີ 1990 ຂອງແຕ່ລະປະເທດ ແລະ ພາກພື້ນ ກໍ່ຄືທົ່ວໂລກໂດຍລວມ. ບົດລາຍງານປີ 2015 ບໍ່ພຽງແຕ່ເປັນການປະເມີນຄວາມສຳເລັດ ທີ່ສາມາດບັນລຸໄດ້, ແຕ່ຍັງມີການກຳນົດບັນຫາທີ່ຄົງຄ້າງ ແລະ ໃຫ້ທິດຊີ້ນຳກ່ຽວກັບນະໂຍບາຍທີ່ຄວນເນັ້ນປະຕິບັດ ໃນອະນາຄົດ. ນອກນີ້ ຍັງມີການກຳນົດ ປັດໃຈສຳຄັນທີ່ກຳນົດຄວາມສຳເລັດ ຈົນເຖິງປະຈຸບັນ ສູ່ເປົ້າໝາຍຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ. ປັດໃຈເຫຼົ່ານີ້ມີຫຼາຍຢ່າງ ຄື ການຂະຫຍາຍຕົວທາງດ້ານເສດຖະກິດ, ການຂະຫຍາຍຕົວດ້ານ ການຜະລິດກະສິກຳ, ຕະຫຼາດ (ລວມທັງການຄ້າສາກົນ) ແລະ ການປົກປ້ອງທາງສັງຄົມ. ບົດລາຍງານນີ້ຍັງສະແດງໃຫ້ເຫັນວ່າ ວິກິດການທີ່ກຳລັງແຜ່ຂະຫຍາຍຕົວ ເນື່ອງຈາກຄວາມ ຂັດແຍ່ງ ຫຼື ໄພທຳມະຊາດ ມີຜົນໃນທາງລົບຕໍ່ຄວາມຄືບໜ້າ ໃນການຫຼຸດຜ່ອນຄວາມອຶດຫິວ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - The State of Food Insecurity in the World 2015

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ SDG2 Zero Hunger
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) International Fund for Agricultural Developmen, Food and Agriculture Organization, World Food Programme
ຜູ້ຈັດພິມ FAO
ປີຈັດພິມ 2015
ຈຳນວນໜ້າ 62
ວັນທີອັບໂຫຼດ ເມສາ 29, 2019, 07:42 (UTC)
ວັນທີດັດແປງ ທັນວາ 4, 2019, 08:04 (UTC)