Skip to content

ພູມສາດຂອງຄວາມໝັ້ນຄົງ: ການບີບບັງຄັບ, ຜົນປະໂຫຍດແບບປຽບທຽບ ແລະ ວຽກງານການບໍລິຫານປະຊາກອນໃນປະເທດລາວ ໃນຍຸກປະຈຸບັນ

ຈັດພິມໂດຍ: Open Development Laos

ໃນຊ່ວງຕົ້ນປີ 1988, ສະພາລັດຖະມົນຕີຂອງລາວໄດ້ອອກຄຳສັ່ງຕໍ່ກະຊວງ, ຄະນະລັດຖະບານ, ອົງການຈັດຕັ້ງມະຫາຊົນ, ແຂວງ ແລະ ເທດສະບານຕ່າງໆ. ທີ່ມີຊື່ວ່າ ການຍົກລະດັບ ການບໍລິຫານປະຊາກອນ, ເອກະສານສະບັບນີ້ ກ່າວເຖິງວິໄສທັດກ່ຽວກັບຊົນນະບົດຂອງລາວ ເຊິ່ງເນັ້ນການເຊື່ອມໂຍງໃກ້ຊິດ ລະຫວ່າງການພັດທະນາເສດຖະກິດ ກັບຄວາມໝັ້ນຄົງ ແຫ່ງຊາດ. ເອກະສານນີ້ອະທິບາຍວ່າ ການບໍລິຫານປະຊາກອນປະກອບດ້ວຍ: ການລວບລວມສະຖິຕິປະຊາກອນ, ການບັນທຶກສະຖິຕິການເກີດ ແລະ ການຕາຍ, ການອອກບັດປະຊາຊົນ, ການຈັດການການຍ້ານຖິ່ນຖານຂອງປະຊາກອນ, ການຈັດແບບແຜນພູມລຳເນົາ, ລວມທັງການຄົ້ນຫາ ແລະ ສ້າງອາຊີບໃຫ້ແກ່ປະຊາຊົນບັນດາເຜົ່າ ທີ່ບໍ່ມີທີ່ດິນໃນການລ້ຽງຊີບ. ນອກຈາກນີ້ ຍັງກ່າວເຖິງຫຼັກການພື້ນຖານ ທີ່ອະນຸຍາດ ປະຊາຊົນບັນດາເຜົ່າ ມີສິດສະເໝີພາຍຕາມກົດໝາຍ ຮອບດ້ານ ໃນການດຳລົງຊີວິດ ແລະ ກ້າວໄປເຖິງການສົ່ງເສີມສິດ ຂອງພົນລະເມືອງໃນການມີອຳນາດຮ່ວມ ແລະ ການສ້າງສັນແນວຄິດເພື່ອບັນລຸພາລະກິດ ສອງປະການຄື ການປົກປັກຮັກສາ ແລະ ສ້າງສາສັງຄົມນິຍົມ.

ແຫຼ່ງຂໍ້ມູນ (2)

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
  • ໄທ
ຫົວຂໍ້ Land
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Michael Dwyer
ຜູ້ຈັດພິມ Kyoto Review of Southeast Asia
ປີຈັດພິມ 2018
ຈຳນວນໜ້າ 1
ວັນທີອັບໂຫຼດ ມີນາ 26, 2019, 04:36 (UTC)
ວັນທີດັດແປງ ທັນວາ 9, 2019, 04:43 (UTC)