Skip to content

ການຖືເອົາປະໂຫຍດຈາກການຄ້າ ອີຄອມເມີສ໌: ບູລິມະສິດການອຳນວຍຄວາມສະດວກດ້ານກົດໝາຍ, ການຄຸ້ມຄອງ ແລະ ການຄ້າ ສຳລັບ ສປປ ລາວ

ຈັດພິມໂດຍ: Open Development Laos

ການຂະຫຍາຍຕົວຢ່າງວ່ອງໄວຂອງການຄ້າ ອີຄອມເມີສ໌ ໃນທົ່ວໂລກ ລວມທັງໃນພາກພື້ນອາຊຽນ ເຮັດໃຫ້ຕົ້ນທຶນທາງການຄ້າຫຼຸດລົງ ສຳລັບຜູ້ສົ່ງອອກ ໃນ ສປປ ລາວ ທັງຊ່ວຍ ຫຼຸດຜ່ອນລາຄາສຳລັບຜູ້ບໍລິໂພກ. ອີຄອມເມີສ໌ ສາມາດຫຼຸດຕົ້ນທຶນສຳລັບຜູ້ທີ່ປະສົບບັນຫາໃນການເຂົ້າຮ່ວມການຄ້າແບບດັ້ງເດີມ, ເຊັ່ນ ແມ່ຍິງ, ທຸລະກິດຂະໜາດນ້ອຍ, ຜູ້ພິການ ທາງຮ່າງກາຍ, ແລະ ຄົນໃນຊຸມຊົນຫ່າງໃກສອກຫຼີກ. ເຖິງຢ່າງໃດກໍຕາມ ອຸປະສັກທາງດ້ານສະພາບແວດລ້ອມອີຄອມເມີສ໌ ເຊັ່ນຂໍ້ຈຳກັດໃນການເຊື່ອມຕໍ່ອິນເຕີເນັດ, ຕົ້ນທຶນຄ່າໃຊ້ຈ່າຍ ທີ່ສູງ, ພື້ນຖານໂຄງລ່າງໃນການຄຸ້ມຄອງ ທີ່ບໍ່ສົມບູນ, ແລະ ຕົ້ນທຶນໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ທີ່ສູງ, ເປັນຕົວຖ່ວງດຶງປະເທດລາວ ເຮັດໃຫ້ລະດັບ ການເຂົ້າຮ່ວມໃນອີຄອມເມີສ໌ ໃນປະຈຸບັນ ມີໜ້ອຍ, ຕາມຂໍ້ມູນທີ່ມີຢູ່. ອຸປະສັກເຫຼົ່ານີ້ຈຳເປັນຕ້ອງໄດ້ຮັບການແກ້ໄຂ ເພື່ອເສີມຂະຫຍາຍການເຂົ້າຮ່ວມ ໃນອີຄອມເມີສ໌ ຂອງລາວ. ຈົດໝາຍເຫດນີ້ ກຳນົດສິ່ງທ້າທາຍຕົ້ນຕໍສ່ວນໜຶ່ງ ທີ່ ສປປ ລາວຜະເຊີນ ໃນການຍົກລະດັບການແຂ່ງຂັນດ້ານອີຄອມເມີສ໌, ໂດຍອີງໃສ່ຕົວຊີ້ວັດ ເພື່ອສົມທຽບ ການປະຕິບັດ ທຽບກັບປະເທດອື່ນ. ບົດລາຍງານນີ້ ບໍ່ໄດ້ສັງລວມຂໍ້ອຸປະສັກທັງໝົດທີ່ມີ, ແຕ່ໃຫ້ການວິເຄາະລະອຽດໃນສອງດ້ານ ກ່ຽວກັບສະພາບແວດລ້ອມ ອີຄອມເມີສ໌ ຄື: (1) ລະບຽບການ ທີ່ກ່ຽວຂ້ອງ ສຳລັບອີຄອມເມີສ໌ ເຊັ່ນ ການປົກປ້ອງຂໍ້ມູນສ່ວນບຸກຄົນ, ການປົກປ້ອງຜູ້ບໍລິໂພກ ແລະ ຄວາມເປັນສ່ວນຕົວ, ແລະ (2) ສະພາບແວດລ້ອມ ການອຳນວຍຄວາມສະດວກ ດ້ານການຄ້າ ທີ່ມີຜົນຕໍ່ ອີຄອມເມີສ໌. ຂອບໂຄງສ້າງທາງກົດໝາຍ ແລະ ລະບຽບການ ປະກອບດ້ວຍສ່ວນປະກອບບາງຢ່າງ ທີ່ຈຳເປັນໃນການສະໜັບສະໜູນ ການມີສ່ວນຮ່ວມ ໃນອີຄອມເມີສ໌, ແຕ່ບໍ່ແມ່ນໃນຂົງເຂດທີ່ຕ້ອງເສີມຂະຫຍາຍ. ສອງຂົງເຂດວຽກງານທີ່ຕ້ອງສືບຕໍ່ຄົ້ນຄວ້າລວມມີ ການສ້າງຄວາມເຂັ້ມແຂງໃນການປົກປ້ອງຜູ້ບໍລິໂພກ ທີ່ເຂົ້າຮ່ວມ ໃນອີຄອມເມີສ໌; ແລະ ການພັດທະນາ ແລະ ຈັດຕັ້ງປະຕິບັດລະບຽບກົດໝາຍເພື່ອການປົກປ້ອງຂໍ້ມູນສ່ວນບຸກຄົນ. ການເກັບອາກອນ ອີຄອມເມີສ໌ ແມ່ນຂົງເຂດນະໂຍບາຍທີ່ສຳຄັນ ແລະ ເປັນຈຸດສູນກາງສຳລັບລັດຖະບານປະເທດຕ່າງໆໃນອາຊຽນ ກໍຄືໃນທົ່ວໂລກ. ແງ່ມູນຕ່າງໆຂອງການເກັບອາກອນຕ້ອງການຄວາມກະຈ່າງແຈ້ງ (ເຊັ່ນ ການນຳໃຊ້ເກນຕ່ຳສຸດ ສຳລັບການຂົນສົ່ງສິນຄ້າລາຄາຕ່ຳ). ການປະຕິຮູບການເກັບອາກອນດັ່ງກ່າວ ຄວນມີການກຳນົດຈາກການປະເມີນລະອຽດກ່ຽວກັບຕົ້ນທຶນ ແລະ ກຳໄລທີ່ຜ່ານມາ ໂດຍອີງໃສ່ ການໄຫຼວຽນຕົວຈິງຂອງສິນຄ້າ ແລະ ການບໍລິການ ໃນ ສປປ ລາວ, ກ່ອນການນຳໃຊ້ອັດຕາອາກອນໃໝ່ ທີ່ອາດຈຳກັດການຂະຫຍາຍຕົວຂອງ ອີຄອມເມີສ໌ ກ່ອນໜ້າການເລີ່ມຕົ້ນ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Taking Advantage of E-Commerce : Legal, Regulatory and Trade Facilitation Priorities for Lao PDR

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Communications infrastructure
  • Economy and commerce
  • Internet
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) Bartley Johns, Marcus; Hoppe, Mombert; Molinuevo, Martin; Nghardsaysone, Konesawang; Daza Jaller, Lillyana Sophia
ຜູ້ຈັດພິມ World Bank Group
ປີຈັດພິມ 2018
ຈຳນວນໜ້າ 33
ຄຳສັບຫຼັກ Regulatory and Trade Facilitation Priorities for Lao PDR,Taking Advantage of E-Commerce in Lao PDR
ວັນທີອັບໂຫຼດ ພຶດສະພາ 7, 2019, 02:35 (UTC)
ວັນທີດັດແປງ ທັນວາ 4, 2019, 06:46 (UTC)