Skip to content

ແຜນແມ່ບົດກ່ຽວກັບພະລັງງານໄຟຟ້ານ້ຳຕົກແບບຍືນຍົງ ສຳລັບອ່າງໂຕ່ງເຊກອງ ສປປລາວ

ຈັດພິມໂດຍ: Open Development Laos

ແຜນແມ່ບົດນີ້ສ້າງຂຶ້ນໂດຍສະຖາບັນຄົ້ນຄວ້າມໍລະດົກທຳມະຊາດ ແລະ ທີມຊ່ຽວຊານຕ່າງປະເທດ ຮ່ວມກັບລັດຖະບານ ສປປ ລາວ. ມີຈຸດປະສົງ ເພື່ອຊ່ວຍລັດຖະບານລາວໃນການຈັດຕັ້ງປະຕິບັດນະໂຍບາຍກ່ຽວກັບການພັດທະນາພະລັງງານໄຟຟ້ານ້ຳຕົກແບບຍືນຍົງ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບລົງວັນທີ 12 ມັງກອນ 2015. ແຜນແມ່ບົດນີ້ມີທ່າອ່ຽງສອງຄ່ອງກັບເປົ້າໝາຍດ້ານພະລັງງານຂອງລາວ ແລະເພື່ອຮັກສາສະພາບຂອງແຫຼ່ງປານ້ຳຈືດທີ່ຍັງສົມບູນທີ່ສຸດໃນໂລກທີ່ຍັງມີຢູ່ ເຊິ່ງເປັນອັນດັບສອງຮອງຈາກອາເມຊອນ ໃນແງ່ຂອງຄວາມຫຼາກຫຼາຍດ້ານຊີວະນາໆພັນ, ເຊິ່ງມີພັນສັດນ້ຳກວ່າ 1200 ຊະນິດສາຍພັນຕາມການວິໄຈ. ນ້ຳເຊກອງ ເຊິ່ງເປັນສາຂາໜຶ່ງຂອງແມ່ນ້ຳຂອງ ມີປາທີ່ອົບພະຍົບປະມານ 81 ຊະນິດ ແລະ ເປັນອູ່ເຂົ້າອູ່ນ້ຳຂອງຫຼາຍລ້ານຊີວິດ ກຳລັງໄດ້ຮັບໄພຈາກການແຜນການສ້າງພະລັງງານໄຟຟ້ານ້ຳຕົກຂອງລາວ, ເຊິ່ງມີການສະເໜີສ້າງເຂື່ອນໄຟຟ້າ 7 ແຫ່ງຕາມລຳນ້ຳເຊກອງ.

ແຜນແມ່ບົດນີ້ ເຊິ່ງໄດ້ຍື່ນຕໍ່ລັດຖະບານລາວໃນຕົ້ນເດືອນກຸມພາ 2018 ໄດ້ສ້າງຜ່ານທິດຊີ້ນຳຢ່າງເປັນທາງການຈາກນາຍົກລັດຖະມົນຕີຂອງລາວ ເພື່ອເປັນແນວທາງໃຫ້ແກ່ການຈັດຕັ້ງກະຊວງຕ່າງໆທີ່ກ່ຽວຂ້ອງ ເພື່ອຮັບຮອງເອົາ ແລະຈັດຕັ້ງປະຕິບັດຕາມຜົນການຄົ້ນຄວ້າແລະຄຳແນະນຳຂອງແຜນແມ່ບົດ NHI ນີ້ ເພື່ອເປັນພື້ນຖານໃນການພັດທະນາພະລັງງານໄຟຟ້ານ້ຳຕົກໃນທົ່ວປະເທດ. ເຖິງຢ່າງໃດກໍຕາມ ລັດຖະບານບໍ່ມີຄວາມຈຳເປັນຕ້ອງດຳເນີນການທຸກຢ່າງຕາມ ຄຳແນະນຳຈາກອົງການຈັດຕັ້ງສາກົນນີ້ ໃນການພັດທະນາຂະແໜງການຕ່າງໆ ໂດຍສະເພາະວຽກງານທີ່ກ່ຽວຂ້ອງກັບ ນ້ຳ ແລະ ພະລັງງານ ເຊິ່ງມີລັກສະນະລະອຽດອ່ອນ ແລະມີຂໍ້ຂັດແຍ່ງ.

ຊຸດເອກະສານນີ້ລວມມີບົດສະຫຼຸບຂັ້ນຕອນການົ້ນຄວ້າຄັດຕິດ ແລະ ມີຜົນຈາກການຄົ້ນຄວ້າຂອງແຜນແມ່ບົດ. ແຜນແມ່ບົດແຕ່ລະພາກ ລວມທັງຍຸດທະສາດການຈັດຕັ້ງປະຕິບັດ ສາມາດດາວໂຫຼດໄດ້ຈາກພາກສ່ວນແຫຼ່ງຂໍ້ມູນ.

ແຫຼ່ງຂໍ້ມູນ (6)

ເບິ່ງຕົວຢ່າງຂໍ້ມູນ - Summary and Key Findings of the Sustainable Hydropower Master Plan for Xe Kong Basin in Lao PDR

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Climate change
  • Energy
  • Hydropower dams
  • Renewable energy production
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ No
ຂໍ້ຈຳກັດໃນການເຂົ້າເຖິງ ແລະ ນຳໃຊ້

ເຜີຍແຜ່ໂດຍ NHI

ສະບັບທີ / ຄັ້ງທີ 1.0
ສັນຍາລິຂະສິດ unspecified
ຂໍ້ມູນຕິດຕໍ່

ຂໍ້ມູນເພີ່ມເຕີມກ່ຽວບກັບສະຖາບັນຄົ້ນຄວ້າມໍລະດົກທຳມະຊາດ ທີ່ເວັບໄຊ www.n-h-i.org ຜູ້ຕິດຕໍ່: ເຈັດສິກາ ພີ ເນັກຕະລອນ, NHI: jessnagtalon@n-h-i.org

ຜູ້ຂຽນ (ບຸກຄົນ) Gregory Thomas, J.D.
ຜູ້ຂຽນຮ່ວມ (ບຸກຄົນ) Natural Heritage Institute
ສະຖານທີ່ຈັດພິມ ອາເມລິກາ
ຜູ້ຈັດພິມ ສະຖາບັນຄົ້ນຄວ້າມໍລະດົກທຳມະຊາດ
ປີຈັດພິມ 2018
ຈຳນວນໜ້າ 6
ຄຳສັບຫຼັກ Xe Kong Basin,Hydropower Master Plan
ວັນທີອັບໂຫຼດ ພຶດສະພາ 17, 2018, 10:09 (UTC)
ວັນທີດັດແປງ ສິງຫາ 6, 2019, 03:16 (UTC)