Skip to content

ລະບົບນິເວດການເມືອງຂອງເຂື່ອນໄຟຟ້ານ້ຳຕົກ “ທີ່ມີການປະຕິບັດດີທີ່ສຸດ” ໃນ ສປປ ລາວ ມີຄວາມບໍ່ຍຸດຕິທຳດ້ານໂຄງສ້າງ, ຄວາມຮຸນແຮງໃນໄລຍະຍາວ ຫຼືບໍ່?

ຈັດພິມໂດຍ: Open Development Laos

ພື້ນທີ່ອັນກວ້າງໃຫຍ່ໃນເຂດຊົນນະບົດຂອງລາວກຳລັງມີການຜັນປ່ຽນຢ່າງໄວວາ ຜ່ານໂຄງການພັດທະນາພື້ນຖານໂຄງລ່າງ. ໃນທີ່ນີ້ ຈະເວົ້າເຖິງການພັດທະນາພະລັງງານທາງນ້ຳ ເຊິ່ງປະກອບສ່ວນສຳຄັນທີ່ສຸດໃນການປ່ຽນແປງຂອງລະບົບນິເວດ-ສັງຄົມໃນຊົນນະບົດ ເນື່ອງຈາກຄວາມແຕກແຍກດ້ານການເມືອງ-ສັງຄົມທີ່ພົ້ນເດັ່ນ ຍ້ອນການຮີບຮ້ອນສ້າງເຂື່ອນ. ໂຄງການເຂື່ອນໄຟຟ້ານ້ຳຕົກ ເທີນ-ຫີນບູນ ເຂື່ອນຕົວແບບລະດັບຊາດ ທີມີການສຳປະທານໃນປີ 1998 ແລະ ມີການຂະຫຍາຍກິດຈະການໃນປີ 2012 ສະແດງໃຫ້ເຫັນກໍລະນີຕົວຢ່າງກ່ຽວກັບຜົນດ້ານລະບົບນິເວດ-ສັງຄົມທີ່ສະຫຼັບສັບຊ້ອນຂອງເຂື່ອນໄຟຟ້າ. ຜູ້ສະເໜີໂຄງການຢັ້ງຢືນວ່າໂຄງການດັ່ງກ່າວສະແດງໃຫ້ເຫັນຕົວຢ່າງທີ່ດີທີ່ສຸດ ຂອງການພັດທະນາແບບຍືນຍົງ ແລະ ມີການວາງແຜນ ຜ່ານຄວາມສຳເລັດໃນການຫຼຸດຜ່ອນຜົນກະທົບທາງລົບ ແລະ ການແບ່ງປັນຜົນປະໂຫຍດຮ່ວບກັບຊຸມຊົນທີ່ໄດ້ຮັບຜົນກະທົບ ແລະ ມີການຈັດຕັ້ງປະຕິບັດທີ່ສອດຄ່ອງຕາມມາດຖານການປະຕິບັດທີ່ດີຂອງສາກົນ. ບົດວິໄຈນີ້ສຶກສາລັກສະນະຂອງຄວາມຍືນຍົງດັ່ງກ່າວ. ເຮົາສະແດງເຫດຜົນຖົກຖຽງວ່າ ໃນຂະນະທີ່ໂຄງການດັ່ງກ່າວປະສົບຜົນສຳເລັດໃນແງ່ຂອງການບັນລຸຈຸດປະສົງດ້ານເສດຖະກິດທີ່ແນ່ນອນຕາມເປົ້າໝາຍຂອງລັດຖະບານ ແລະ ນັກລົງທຶນ, ຫຼັກຖານທາງດ້ານຄວາມຍືນຍົງຂອງສິ່ງແວດລ້ອມ ແລະ ສັງຄົມຍັງຄົງບໍ່ຊັດເຈນ, ເຮັດໃຫ້ມີຄຳຖາມກ່ຽວກັບໂຄງການເຂື່ອນໄຟຟ້ານ້ຳຕົກແຫ່ງອື່ນໆໃນລາວ ທີ່ມີມາດຕະຖານ ແລະ ການຄວບຄຸມທີ່ຕ່ຳກວ່າ. ໂດຍພິຈາລະນາຈາກຜົນກະທົບທາງລົບ ແລະ ຜົນຕໍ່ສັງຄົມທີ່ກ່ຽວຂ້ອງໃນລ້ອງແມ່ນ້ຳຫີນບູນ, ບົດວິໄຈນີ້ ຈະຫາລືວ່າມັນເປັນການສົມຄວນຫຼືບໍ່ ແລະ ສົມຄວນເທົ່າໃດ ທີ່ຂະບວນການພັດທະນາພະລັງງານທາງນ້ຳ ພາຍໃຕ້ການຄຸ້ມຄອງຂອງອຳນາດການປົກຄອງ ຈະມີການກຳນົດຂອບເຂດໃນການສະແດງຄວາມບໍ່ຍຸດຕິທຳດ້ານໂຄງສ້າງ ແລະ ຄວາມຮຸນແຮງໃນໄລຍະຍາວ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Structural Injustice, Slow Violence? The Political Ecology of a “Best Practice” Hydropower Dam in Lao PDR

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Hydropower dams
  • SDG11 Sustainable Cities and Communities
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 2018
ສັນຍາລິຂະສິດ unspecified
ຂໍ້ມູນຕິດຕໍ່

Keith Barney keith.barney@anu.edu.au Resources Environment and Development Group, Crawford School of Public Policy, The Australian National University, Building 132, Lennox Crossing, Acton, Canberra, ACT 2601, Australia.

ຜູ້ຂຽນຮ່ວມ (ບຸກຄົນ) David J.H. Blake & Keith Barney
ເລກລະຫັດ ISSN Print ISSN: 0047-2336 Online ISSN: 1752-7554
ສະຖານທີ່ຈັດພິມ Australia
ຜູ້ຈັດພິມ Journal of Contemporary Asia
ປີຈັດພິມ 2018
ຈຳນວນໜ້າ 27
ຄຳສັບຫຼັກ hydropower,Laos,Mekong,environmental justice,slow violence
ວັນທີອັບໂຫຼດ ກໍລະກົດ 30, 2018, 02:03 (UTC)
ວັນທີດັດແປງ ກຸມພາ 13, 2019, 07:51 (UTC)