Skip to content

ການສ້າງຄວາມດຸ່ນດ່ຽງ: ການຮັບມືປະກົດການເອວນິໂຍ ແລະ ລານິຍາ ຂອງຂະແໜງການກະສິກຳໃນ ສປປ ລາວ

ຈັດພິມໂດຍ: Open Development Laos

ຈຸດປະສົງຂອງບົດລາຍງານນີ້ ແມ່ນເພື່ອຊ່ວຍໃຫ້ນັກວາງນະໂຍບາຍ ແລະ ຜູ້ມີສ່ວນຮ່ວມ ກະກຽມຮັບມືກັບປະກົດການສັ່ນກວາຍທາງພາກໃຕ້ ເອວນິໂຍ (ENSO). ໂດຍການສະໜອງຂໍ້ມູນກ່ຽວກັບຜົນກະທົບຂອງ ENSOs ຕໍ່ຄວາມທຸກຍາກ, ເສດຖະກິດ ແລະ ກະສິກຳໃນ ສປປ ລາວ ແລະ ຮ່າງແນວທາງໃນຕໍ່ໜ້າ. ບົດລາຍງານນີ້ ພົບວ່າ ຜົນກະທົບຈາກ ENSOs ມີຄວາມແຕກຕ່າງໃນແຕ່ລະຂົງເຂດ ແລະ ເປັນໄພອັນຕະລາຍຕໍ່ປະຊາຊົນ, ເສດຖະກິດ ແລະ ຂະແໜງກະສິກຳຂອງ ສປປ ລາວ. ປະເທດລາວ ໄດ້ຂົນຂວາຍ ກະກຽມ ເພື່ອຮັບມືກັບຄວາມສ່ຽງຈາກສະພາບອາກາດ ຜ່ານການປັບຕົວຕໍ່ການປ່ຽນແປງຂອງສະພາບອາກາດ ແລະ ການຄຸ້ມຄອງຄວາມສ່ຽງໄພພິບັດ ແຕ່ກໍ່ສາມາດກຽມການ ເພີ່ມເຕີມເພື່ອຮັບມືກັບປະກົດການ ENSOs ໂດຍສະເພາະ. ການກະກຽມເພື່ອຮັບມືກັບ ENSO ແມ່ນມີຄວາມສຳຄັນ ເນື່ອງຈາກ ສປປ ລາວ ມີຄວາມສ່ຽງຕໍ່ການປ່ຽນແປງ ຂອງສະພາບອາການທີ່ເກີດຈາກ ENSO, ຄວາມສຳຄັນຂອງຂະແໜງກະສິກຳ ຕໍ່ເສດຖະກິດແຫ່ງຊາດ, ຄວາມອ່ອນໄຫວທາງຕໍ່ສະພາບອາກາດ ແລະ ເສດຖະກິດໃນຊົນນະບົດ, ແລະ ການຂາດການຄົ້ນຄວ້າກ່ຽວກັບ ENSO ໃນ ສປປ ລາວ. ບົດລາຍງານນີແມ່ນເນື່ອງມາຈາກການຂາດການຄົ້ນຄວ້າ ກ່ຽວກັບ ENSO ໃນ ສປປ ລາວ ແລະ ຄວາມສ່ຽງທີ່ສູງ ທີ່ປະເທດຈະຜະເຊີນກັບປະກົດການ ເອວນິໂຍ ໃນອະນາຄົດອັນໃກ້. ມັນມີຄວາມຫຍຸ້ງຍາກໃນການຈຳແນກ ຜົນກະທົບຈາກ ENSO ກັບຜົນກະທົບຈາກການປ່ຽນແປງ ຂອງສະພາບອາກາດ, ໄພທຳມະຊາດ ແລະ ວົງຈອນທາງເສດຖະກິດ. ນີ້ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການສ້າງນະໂຍບາຍ ແລະ ກົນໄກເພື່ອການຮັບມື ເພື່ອຊ່ວຍຫຼຸດຜ່ອນ ການສູນເສຍທາງສັງຄົມເນື່ອງຈາກ ENSO ແລະ ຄວາມເສຍຫາຍທາງເສດຖະກິດ. ບົດລາຍງານສະບັບນີ້ ປະເມີນຜົນກະທົບຂອງປະກົດການ ເອວນິໂຍ ແລະ ລານິຍາ ຕໍ່ຂະແໜງ ກະສິກຳຂອງ ສປປ ລາວ ໂດຍສະເພາະ ການປູກຝັງ, ລ້ຽງສັດ ແລະ ການປະມົງ ແລະ ຜົນກະທົບຂອງສິ່ງເຫຼົ່ານີ້ຕໍ່ເສດຖະກິດ ແລະ ສັງຄົມ. ຈາກນັ້ນ ຍັງມີການວະເຄາະ ການດຳເນີນການຂອງລັດຖະບານ ເພື່ອຫຼຸດຜ່ອນການສູນເສຍ ເນື່ອງຈາກຄວາມສ່ຽງກ່ຽວກັບສະພາບອາກາດ. ບົດລາຍງານນີ້ ຍັງລວມການດຳເນີນການເພື່ອການກະກຽມ ແລະ ຮັບມືກັບການປ່ຽນແປງຂອງສະພາບອາກາດ ແລະ ໄພພິບັດທາງທຳມະຊາດ. ນອກຈາກນີ້ ຍັງຈຳລອງທາງເລືອກດ້ານນະໂຍບາຍສະເພາະ ເພື່ອຫຼຸດຜ່ອນການສູນເສຍ ທາງ GDP ແລະ ສັງຄົມທີ່ກ່ຽວຂ້ອງກັບ ENSO. ປິດທ້າຍດ້ວຍ ການສະເໜີການດຳເນີນການ ເພື່ອເສີມຂະຫຍາຍຫານກະກຽມຂອງ ສປປ ລາວ ເພື່ອຮັບມືກັບປະກົດການ ENSO ໃນອະນາຄົດ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Striking a Balance: Managing El Nio and La Nia in Lao PDRs Agriculture

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Adaptation
  • Agriculture
  • Climate change
  • Environment and natural resources
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) William R. Sutton, Jitendra P. Srivastava, Mark Rosegrant, Jawoo Koo, and Ricky Robertson
ຜູ້ຈັດພິມ World Bank Group
ປີຈັດພິມ 2019
ຈຳນວນໜ້າ 82
ຄຳສັບຫຼັກ Striking a balance : Managing El Niño and La Niña in Lao PDR’s agriculture
ວັນທີອັບໂຫຼດ ພຶດສະພາ 14, 2019, 04:14 (UTC)
ວັນທີດັດແປງ ທັນວາ 4, 2019, 04:56 (UTC)