Skip to content

ບົດລາຍງານສະຖານະ ກ່ຽວກັບເຂດຮັກສາພັນປາໃນ ສປປ ລາວ

ຈັດພິມໂດຍ: Open Development Laos

ເຂດຮັກສາພັນປາ (FCZs) ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ທົ່ວ ສປປ ລາວ ຕາມຍຸດທະສາດການຄຸ້ມຄອງການຫາປາຂອງຊຸມຊົນ ໃນຊ່ວງ 25 ປີທີ່ຜ່ານມາ. ເຖິງຢ່າງໃດກໍຕາມ, ໃນປະຈຸບັນ ຍັງບໍ່ມີການລາຍງານຢ່າງເປັນທາງການກ່ຽວກັບ FCZs ພາຍໃນປະເທດ. ເພື່ອແກ້ໄຂຊ່ອງຫວ່າງດັ່ງກ່າວ, ພວກເຮົາຈຶ່ງມີເປົ້າໝາຍໃນການສ້າງ ບົດລາຍງານ ເພື່ອໃຫ້ຂໍ້ມູນກ່ຽວກັບສະຖານະຫຼ້າສຸດ ຂອງເຂດຮັກສາພັນປາໃນ ສປປ ລາວ ໂດຍອີງໃສ່ຜົນຈາກກອງປະຊຸມວິຊາການສອງຄັ້ງ ຮ່ວມກັບນັກປະຕິບັດ FCZs ກໍຄືຄວາມພະຍາຍາມຂອງກົມລ້ຽງສັດ ແລະ ການປະມົງ ໃນການຂຶ້ນທະບຽນພັນປາ. ບົດລາຍງານນີ້ ສັງລວມຜົນຈາກກອງປະຊຸມວິຊາການສອງຄັ້ງ ຂອງລັດຖະບານ ກ່ຽວກັບ FCZs ໃນປີ 2017, ຄຽງຄູ່ກັບຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງ. ຕົວເລກຫຼ້າສຸດຂອງເຂດຮັກສາພັນປາໃນ ສປປ ລາວ ມີທັງໝົດ 1,677 ແຫ່ງ, ໃນນັ້ນມີ 1,313 ແຫ່ງ ມີການຮັບຮອງຢ່າງເປັນທາງການຈາກລັດຖະບານ, ແລະ 364 ແຫ່ງທີ່ບໍ່ເປັນທາງການ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງຊຸມຊົນ. ນີ້ສະແດງໃຫ້ເຫັນຈຳນວນ FCZs ຕ່ຳສຸດ ທີ່ມີການຈັດຕັ້ງ, ເນື່ອງຈາກຍັງມີ FCZs ທີ່ບໍ່ເປັນທາງການເພີ່ມເຕີມ, ແຕ່ຍັງບໍ່ມີການລາຍງານ. ສິ່ງສຳຄັນທີ່ຕ້ອງຄຳນຶງກໍ່ຄືວ່າ ໃນບັນດາ FCZs ທັງໝົດນີ້ ອາດມີບາງເຂດ ທີ່ບໍ່ມີການດຳເນີນການ ຫຼື ບໍ່ໄດ້ປະຕິບັດຈິງຈັງ, ແຕ່ວ່າເປັນພຽງລາຍຊື່ເທົ່ານັ້ນ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Status Report on Fish Conservation Zones in Lao PDR

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Agriculture
  • Agriculture and fishing
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Sinsamout Ounboundisane, Erin Loury, Bunthanom Chamsinh, and Francois Guegan
ຜູ້ຈັດພິມ FISHBIO Laos, Department of Livestock and Fisheries, and World Wide Fund for Nature Laos
ປີຈັດພິມ 2018
ຈຳນວນໜ້າ 12
ວັນທີອັບໂຫຼດ ພຶດສະພາ 31, 2019, 04:42 (UTC)
ວັນທີດັດແປງ ພະຈິກ 29, 2019, 08:27 (UTC)