Skip to content

ການປະເມີນຄວາມຕ້ອງການຫຼັງໄພພິບັດ ສຳລັບໄພນ້ຳຖ້ວມປີ 2018, ສປປ ລາວ

ຈັດພິມໂດຍ: Open Development Laos

ສປປ ລາວ ໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມ ໃນລະຫວ່າງເດືອນກໍລະກົດ ແລະ ເດືອນກັນຍາ 2018. ໃນວັນທີ 18-19 ກໍລະກົດ, ພະຍຸລະດູຮ້ອນສົນ-ຕິນ ໄດ້ເຮັດໃຫ້ເກີດ ຝົນຕົກໜັກ ແລະ ນ້ຳຖ້ວມໃນ 55 ເມືອງຢູ່ໃນ 13 ແຂວງທົ່ວປະເທດ. ໃນຕອນກາງຄືນຂອງວັນທີ 23-24 ກໍລະກົດ ໜຶ່ງໃນສັນເຂື່ອນຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ແຕກພັງລົງ ເຮັດໃຫ້ນ້ຳໄຫຼຖ້ວມຢ່າງໄວວາ ຢູ່ແຂວງອັດຕະປື. ແລະ ໃນວັນທີ 16-18 ສິງຫາ, ພະຍຸລະດູຮ້ອນເບບິນກາ ໄດ້ສົ່ງຜົນກະທົບຕໍ່ພາກເໜືອຂອງ ສປປ ລາວ. ການປະເມີນຄວາມຕ້ອງການຫຼັງໄພພິບັດ (PDNA) ໃນຄັ້ງນີ້ ປະເມີນຄ່າຄວາມເສຍຫາຍລວມຈາກໄພນ້ຳຖ້ວມຕໍ່ເສດຖະກິດ ແມ່ນ 3,166.99 ຕື້ກີບ, ຫຼືປະມານ US$371.5 ລ້ານໂດລາ (ຕາມຕາຕະລາງ 1). ໃນນັ້ນ ຄິດເປັນມູນຄ່າຄວາມເສຍຫາຍ 1,253.10 ຕື້ກີບ, ແລະ ມູນຄ່າການສູນເສຍທັງໝົດ 1,914.02 ຕື້ກີບ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Post-disaster needs assessment 2018 floods, Lao PDR

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Disasters
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) UN, World Bank, GFDRR & EU
ຜູ້ຈັດພິມ UN, World Bank, GFDRR & EU
ປີຈັດພິມ 2018
ຈຳນວນໜ້າ 158
ວັນທີອັບໂຫຼດ ເມສາ 5, 2019, 02:20 (UTC)
ວັນທີດັດແປງ ທັນວາ 4, 2019, 09:00 (UTC)