Skip to content

ປະຫວັດຂໍ້ມູນລ້ອງແມ່ນ້ຳອູ: ບົດສະຫຼຸບ

ຈັດພິມໂດຍ: Open Development Laos

ປະຫວັດຂໍ້ມູນລ້ອງແມ່ນ້ຳອູ ສະບັບນີ້ ແມ່ນຄວາມພະຍາຍາມໂດຍລວມ ຂອງບັນດາຜູ້ມີສ່ວນຮ່ວມພາກສ່ວນຕ່າງໆ ໃນຂັ້ນແຂວງ, ເມືອງ ແລະ ບ້ານ. ຈຸດປະສົງຂອງເອກະສານສະບັບນີ້ ແມ່ນເພື່ອປະມວນ ແລະ ນຳສະເໜີຂໍ້ມູນພື້ນຖານກ່ຽວກັບລ້ຶອງແມ່ນ້ຳອູທີ່ມີຢູ່, ເຊິ່ງເປັນໜຶ່ງໃນລະບົບແມ່ນ້ຳລຳເຊທີ່ສຳຄັນທີ່ສຸດໃນ ສປປ ລາວ. ເປົ້າໝາຍກໍເພື່ອແນໃສ່ສະໜອງຂໍ້ມູນພື້ນຖານ ສຳລັບການຕິດຕາມການປ່ຽນແປງ ແລະ ສົມທຽບທ່າອ່ຽງໃນອະດີດ ແລະ ໃນອະນາຄົດ ເພື່ອການວາງແຜນ ແລະ ຄຸ້ມຄອງ: (1) ການຈັດສັນຊັບພະຍາກອນແຫຼ່ງນ້ຳ, (2) ການພັດທະນາເຂື່ອນໄຟຟ້າ, (3) ການດຳລົງຊີວິດຂອງຊຸມຊົນ, ແລະ (4) ການຮັບມືເຫດສຸກເສີນ. ປື້ມປະຫວັດຂໍ້ມູນນີ້ ຖືກສ້າງຂຶ້ນພາຍໃຕ້ການຮ່ວມມືຂອງນັກຄຸ້ມຄອງຊັບພະຍາກອນແຫຼ່ງນ້ຳຂອງລັດຖະບານລາວ ຂັ້ນສູນກາງ, ແຂວງ ແລະ ເມືອງ. ການປະມວນຂໍ້ມູນຂ່າວສານນີ້ ຈະຊ່ວຍສົ່ງເສີມຄວາມເຂົ້າໃຈກ່ຽວກັບແມ່ນ້ຳອູ ທີ່ຕິດພັນກັບແມ່ນ້ຳຂອງ ແລະ ຄວາມຮູ້ທີ່ໄດ້ອາດນຳໄປໃຊ້ກັບລ້ອງແມ່ນ້ຳອື່ນໆ ແລະ ຂະແໜງການຕ່າງໆໃນ ສປປ ລາວ. ຜູ້ຄຸ້ມຄອງອ່າງແມ່ນ້ຳໃນທົ່ວປະເທດ ສາມາດອີງໃສ່ເອກະສານສະບັບນີ້ ເພື່ອເປັນເຄື່ອງມືໃນການພັດທະນາແຜນການຄຸ້ມຄອງ ສຳລັບລ້ອງແມ່ນ້ຳອູໃນອະນາຄົດ. ນອກຈາກໃຫ້ຂໍ້ມູນລາຍລະອຽດກ່ຽວກັບລ້ອງແມ່ນ້ຳອູ, ເອກະສານສະບັບນີ້ ຍັງປະກອບດ້ວຍຂໍ້ສະຫຼຸບ ແລະ ຄຳແນະນຳເພື່ອການດຳເນີນການໃນອະນາຄົດ.

ແຫຼ່ງຂໍ້ມູນ (2)

ເບິ່ງຕົວຢ່າງຂໍ້ມູນ - Nam ou river basin profile: summary document

Additional Info

Field Value
ປະເພດເອກະສານ Profiles - Geographical areas and sites
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Environment and natural resources
  • Rivers and lakes
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 2017
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) World Bank
ຜູ້ຈັດພິມ World Bank
ປີຈັດພິມ 2017
ຈຳນວນໜ້າ 80
ວັນທີອັບໂຫຼດ ສິງຫາ 8, 2019, 04:41 (UTC)
ວັນທີດັດແປງ ພະຈິກ 19, 2019, 06:41 (UTC)