Skip to content

ການອົບພະຍົບຂອງປາ ແລະ ຄວາມຮູ້ກ່ຽວກັບເຄື່ອນທີ່: ຄວາມຮູ້ຂອງນັກຫາປາຕາມສະຖານະການ ແລະ ເຄືອຂ່າຍທາງສັງຄົມ ໃນພາກພື້ນແມ່ນ້ຳຂອງຕອນລຸ່ມ ໃນປະເທດໄທ, ລາວ ແລະ ກຳປູເຈຍ

ຈັດພິມໂດຍ: Open Development Laos

ເງື່ອນໄຂຕ່າງໆຖືກນຳໃຊ້ ເພືອກຳນົດຄວາມຮູ້ຂອງນັກຫາປາ. ໃນທີ່ນີ້ ພວກເຮົາໃຊ້ຄວາມຮູ້ຂອງນັກຫາປາຕາມສະຖານະການ ເພື່ອອ້າງອີງເຖິງ ຄວາມຮູ້ກ່ຽວກັບການອົບພະຍົບໄລຍະໄກ ຂອງປາ ຈາກນັກຫາປາຊົນເຜົ່າລາວ ທີ່ອາໄສຢູ່ຕາມລ້ອງແມ່ນ້ຳຂອງ ທາງພາກຕາເວັນອອກສຽງເໜືອຂອງໄທ, ທາງພາກໃຕ້ຂອງລາວ ແລະ ພາກຕາເວັນອອກສຽງເໜືອຂອງກຳປູເຈຍ. ພວກເຮົາພິຈາລະນາການເຄື່ອນທີ່ຂອງຄວາມຮູ້, ມະນຸດ ແລະ ປາ, ແລະ ນຳໃຊ້ຂອບໂຄງສ້າງທາງທິດສະດີ ໂດຍອີງໃສ່ ທິດສະດີເຄືອຂ່າຍຜູ້ປະຕິບັດ (ANT) ແລະ ນິເວດວິທະຍາ ທາງການເມືອງ. ຈາກການສຳພາດ, ພວກເຮົາສາມາດສະແດງໃຫ້ເຫັນວ່າ ເປັນຫຍັງການຖ່າຍທອດຄວາມຮູ້ກ່ຽວກັບການອົບພະຍົບຂອງປາຈຶ່ງມີຄວາມສຳຄັນ. ນັກຫາປາມີຫຼາຍວິທີການ ເພື່ອໃຫ້ຮູ້ວ່າ ເວລາໃດທີ່ປາອົບພະຍົບຜ່ານເຂດໃດ, ເຖິງແມ່ນວ່າສິ່ງເຫຼົານີ້ຈະມີການປ່ຽນແປງ ເນື່ອງຈາກຂອບເຂດຊາຍແດນ ແລະ ການປ່ຽນແປງ ທາງເທັກໂນໂລຢີ. ບົດຄົ້ນຄວ້ານີ້ ຕົ້ນຕໍແມ່ນເພື່ອປະກອບສ່ວນ ໃນການຫັນປ່ຽນຈາກການຄົ້ນຄວ້າແບບທຳມະດາກ່ຽວກັບຄວາມສາມາດໃນການເຄື່ອນທີ່ຂອງມະນຸດ ໄປສູ່ການຈະພິຈາລະນາ ຄວາມສຳພັນລະຫວ່າງມະນຸດ, ປາ ແລະ ການເຄື່ອນທີ່ຂອງຄວາມຮູ້, ເຊິ່ງແທດເໝາະກັບທິດສະດີ ANT ໂດຍສະເພາະ, ເນື່ອງຈາກແນໃສ່ການພົວພັນຂອງຫຼາຍສາຍພັນ, ເຊິ່ງເປັນສິ່ງທີ່ນັກຄົ້ນຄ້ວາ ກ່ຽວກັບການເຄື່ອນທີ່ ຈະໄດ້ປະໂຫຍດຈາກເອົາໃຈໃສ່ເພີ່ມເຕີມ ໃນການສັງເກດການ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Migrating fish and mobile knowledge: situated fishers knowledge and social networks in the lower Mekong River Basin in Thailand, Laos and Cambodia

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Community fisheries
  • Environment and natural resources
  • Rivers and lakes
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ກຳປູເຈຍ
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
  • ໄທ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Ian G. Baird and Kanokwan Manorom
ປີຈັດພິມ 2019
ຈຳນວນໜ້າ 16
ວັນທີອັບໂຫຼດ ສິງຫາ 8, 2019, 07:04 (UTC)
ວັນທີດັດແປງ ພະຈິກ 19, 2019, 09:26 (UTC)