ໃນຊຸມປີຜ່ານມາ, ສັງຄົມຊົນນະບົດລາວ ໄດ້ມີການຂ້າມຜ່ານຢ່າງວ່ອງໄວຈາກການດຳລົງຊີວິດໂດຍອີງໃສ່ທີ່ດິນຕາມປະເພນີ. ທ່າອ່ຽງດັ່ງກ່າວ ໄດ້ສ້າງຂຶ້ນຈາກການສົມຮູ້ຮ່ວມຄິດ ລະຫວ່າງລະບອບເສລີນິຍົມຍຸກໃໝ່ ແລະ ທຶນນິຍົມ ເຊິ່ງຂັບໄລ່ປະຊາຊົນອອກຈາກທີ່ດິນ ແລະ ວິທີການຜະລິດອື່ນໆ. ບັນທັດຖານຂອງສັງຄົມຍຸກໃໝ່ ທີ່ຕິດພັນກັບການດຳລົງຊີວິດ ນອກທີ່ດິນ ເຊິ່ງຖຸືວ່າມີຄວາມທັນສະໄໝ ແລະ ເປັນເອກະລາດສ່ວນບຸກຄົນ ກໍຍັງສະໜັບສະໜູນທ່າອ່ຽງດັ່ງກ່າວ. ໃນຂະນະທີ່ຄວາມສົນໃນໃນການວິເຄາະສ່ວນໃຫຍ່ ແມ່ນກ່ຽວກັບ ຂະບວນການ ແລະ ຂັ້ນຕອນທີ່ເຊື່ອມໂຍງກັບການຫຼຸດລົງຂອງເສດຖະກິດກະສິກຳກຸ້ມຕົນເອງ/ເຄິ່ງກຸ້ມຕົນເອງ ໃນຊົນນະບົດ, ປະສົບການໃນການດຳເນີນຮູບແບບການດຳລົງຊີວິດ ນອກທີ່ດິນ ຍັງບໍ່ມືການຫາລືເທົ່າທີ່ຄວນ. ສະນັ້ນບົດຄວາມນີ້ ຈຶ່ງເນັ້ນໃສ້ການວິເຄາະປະສົບການຂອງຜູ້ອອກແຮງງານຍ້າຍຖິ່ນ ໃນຖານະແຮງງານທີ່ມີຄ່າຈ້າງ ໃນຂະແໜງການແຮງງານ ທີ່ໃຊ້ທັກສະຕ່ຳໃນຕົວເມືອງຂອງລາວ, ເຊິ່ງເປັນໃນການດຳລົງຊີວິດທີ່ບໍ່ອາໄສທີ່ດິນ ທີ່ເປັນທີ່ນິຍົມຂອງຊາວຊົນນະບົດ ໃນປະເທດໃນປະຈຸບັນ ໂດຍສະເພາະໃນລະຫວ່າງກຸ່ມຄົນໜຸ່ມສາວ.