Skip to content

ການຕິດຕາມເສດຖະກິດ ສປປ ລາວ, ສິງຫາ 2019: ການຮັກສາສະຖຽນລະພາບທາງດ້ານເສດຖະກິດ

ຈັດພິມໂດຍ: Open Development Laos

ການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຢູ່ໃນລະດັບ 6.5 ສ່ວນຮ້ອຍໃນປີ 2019, ເພີ່ມຂຶ້ນຈາກ 6.3 ສ່ວນຮ້ອຍໃນປີ 2018. ການຂະຫຍາຍຕົວດັ່ງກ່າວ ຄາດວ່າຈະມາຈາກຂະແໜງການກໍ່ສ້າງ ພາຍໃຕ້ການລົງທຶນ ໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່, ແລະ ການຂະຫຍາຍຕົວຂອງຂະແໜງການບໍລິການ, ເຊິ່ງເປັນຜົນ ມາຈາກການເຕີບໂຕດ້ານການຄ້າສົ່ງ ແລະ ຄ້າຍ່ອຍ. ລັດຖະບານກໍຍັງຄົງສືບຕໍ່ສ້າງຄວາມໝັ້ນຄົງທາງດ້ານງບປະມານ ເພື່ອຈັດການກັບໜີ້ສິນພາກລັດ ໃນໄລຍະກາງ ໂດຍການຈຳກັດ ການໃຊ້ຈ່າຍພາກລັດ ແລະ ການປັບປຸງການຄຸ້ມຄອງລາຍຮັບ. ພາບລວມໄລຍະກາງ ກໍມີຄວາມເປັນໄປໄດ້ໂດຍລວມ, ແຕ່ກໍຂຶ້ນກັບການຫຼຸດຄວາມສ່ຽງຈາກຄວາມບໍ່ແນ່ນອນ ທີ່ເພີ່ມສູງຂຶ້ນກ່ຽວກັບສະພາບພາຍໃນ ແລະ ທົ່ວໂລກ. ຄູ່ຄ້າທີ່ຍາວນານ ແລະ ການກະຈາຍສູ່ເສດຖະກິດພາຍໃນ ຜ່ານການຄ້າ ແລະ ການລົງທຶນທີ່ຫຼຸດລົງ, ເຮັດໃຫ້ລາຄາສິນຄ້າສົ່ງອອກ ຫຼຸດລົງ . ອຳນາດການປົກຄອງ ອາດປະສົບຄວາມຫຍຸ້ງຍາກ ໃນການແກ້ໄຂບັນຫາເສດຖະກິດດັ່ງກ່າວ ເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຫຼຸດຕ່ຳລົງ ແລະ ໜີ້ສິນພາຍນອກ ຂອງລັດເພີ່ມສູງຂຶ້ນ. ດັ່ງນັ້ນ ບູລິມະສິດກໍຄືການສ້າງພື້ນຖານງົບປະມານ ຜ່ານການປັບປຸງນະໂຍບາຍ ແລະ ການຄຸ້ມຄອງອາກອນ ກໍຄືການສ້າງຄັງສຳຮອງກັນຊົນ ເພື່ອຮັບມືກັບບັນຫາດັ່ງກ່າວ. ນອກຈາກນີ້ ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການພິກປີ້ນການຫຼຸດອັນດັບໂລກ ໃນດ້ານຄວາມສະດວກ ໃນການດຳເນີນທຸລະກິດ, ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ອາດມີສ່ວນ ໃນການເສີມຂະຫຍາຍສະຖຽນລະພາບດ້ານເສດຖະກິດມະຫາພາກ, ການສ້າງວຽກເຮັດງານທຳ ແລະ ການຫຼຸດຜ່ອນຄວາມທຸກຍາກ.

ແຫຼ່ງຂໍ້ມູນ (2)

ເບິ່ງຕົວຢ່າງຂໍ້ມູນ - Lao PDR Economic Monitor, August 2019 : Maintaining Economic Stability

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Economy and commerce
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) World Bank Group
ຜູ້ຈັດພິມ World Bank Group
ປີຈັດພິມ 2019
ຈຳນວນໜ້າ 62
ວັນທີອັບໂຫຼດ ສິງຫາ 30, 2019, 08:48 (UTC)
ວັນທີດັດແປງ ພະຈິກ 19, 2019, 04:36 (UTC)