Skip to content

ການສຳຫຼວດກະສິກຳຂອງລາວ ປີ 2010/11: ການວິເຄາະຕາມຫົວຂໍ້ທີ່ເລືອກເຟັ້ນ

ຈັດພິມໂດຍ: Open Development Laos

ການສຳຫຼວດກະສິກຳຂອງລາວ (LCA) ຄັ້ງທີສອງ ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ດຳເນີນໃນປີ 2011 ແລະ ເກັບກຳຂໍ້ມູນການປູກພືດ ໃນລະດູຝົນປີ 2011 ແລະ ໃນລະດູແລ້ງປີ 2010/11. LCA 2010/11 ໄດ້ສ້າງຊຸດຂໍ້ມູນທີ່ສຳຄັນ ແລະ ສົມບູນ ພາຍໃຕ້ຫົວຂໍ້ກະສິກຳທີ່ສຳຄັນຕ່າງໆ ທີ່ເຊື່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງເຊັ່ນ ປ່າໄມ້, ປະມົງ, ພື້ນຖານໂຄງລ່າງ, ແລະ ການພັດທະນາຊົນນະບົດ. ຂໍ້ມູນທີ່ໄດ້ແມ່ນມີປະໂຫຍດໃຫຍ່ຫຼວງ ສຳລັບຜູ້ມີອຳນາດໃນການຕັດສິນໃຈ, ນັກຄົ້ນຄວ້າ,ແລະ ນັກບໍລິຫານໂຄງການ, ກໍຄືພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນ ສປປ ລາວ. ເຖິງຢ່າງໃດກໍຕາມ ຂໍ້ມູນການສຳຫຼວດນີ້ ອາດມີຄວາມຫຍຸ້ງຍາກໃນການປະມວນ ແລະ ນຳໃຊ້ ໂດຍປາສະຈາກຄວາມເຂົ້າໃຈ ດ້ານເນື້ອໃນ, ເອກະສານອ້າງອີງຕາມແຫຼ່ງຂໍ້ມູນຂ່າວສານອື່ນ, ແລະ ການສົມທຽບກັບການສຳຫຼວດກະສິກຳຄັ້ງທີ່ຜ່ານມາ. ເພື່ອເຮັດໃຫ້ຂໍ້ມູນສາມາດເຂົ້າເຖິງຜູ້ອ່ານ ໄດຢ່າງກວ້າງຂວາງ, ມັນຈຶ່ງຈຳເປັນທີ່ຕ້ອງມີການວິເຄາະໃນເບື້ອງຕົ້ນ. ສະນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ພາຍໃຕ້ການຊ່ວຍເຫຼືອຈາກອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ໄດ້ສ້າງບົດລາຍງານສະບັບນີ້ຂຶ້ນ ເພື່ອເປັນການວິເຄາະຕາມຫົວຂໍ້ທີ່ຄັດເລືອກ ຈາກ LCA 2010/11 ແລະ ສະຫຼຸບການປ່ຽນແປງທີ່ສຳຄັນໃນຊຸມປີຜ່ານມາ ໂດຍຜ່ານການສົມທຽບກັບ LCA ໃນປີ 1998/99.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Lao Census of Agriculture 2010/11: Analysis of Selected Theme

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Agriculture
  • Censuses
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) Ministry of Agriculture and Forestry
ຜູ້ຈັດພິມ Ministry of Agriculture and Forestry
ປີຈັດພິມ 2014
ຈຳນວນໜ້າ 170
ວັນທີອັບໂຫຼດ ມັງກອນ 25, 2019, 09:06 (UTC)
ວັນທີດັດແປງ ທັນວາ 13, 2019, 04:55 (UTC)