Skip to content

ຜົນກະທົບຂອງໄພດິນເຈື່ອນຕໍ່ເຄືອຂ່າຍຖະໜົນຂອງ ສປປ ລາວ ແລະ ຄວາມເປັນໄປໄດ້ໃນການຈັດຕັ້ງໂຄງການຄຸ້ມຄອງທາງຄ້ອຍ

ຈັດພິມໂດຍ: Open Development Laos

ຜົນກະທົບຂອງດິນເຈື່ອນຕໍ່ເຄືອຂ່າຍເສັ້ນທາງແຫ່ງຊາດໃນລາວ ຖືວ່າມີໜ້ອຍທຽບກັບປະເທດອື່ນໆໃນທະວີບເອເຊຍ. ດິນເຈື່ອນສ່ວນໃຫຍ່ທີ່ສົ່ງຜົນຕໍ່ເຄືອນຂ່າຍເສັ້ນທາງແຫ່ງຊາດ ມີລັກສະນະຕື້ນ ແລະ ເປັນພູເຈື່ອນໃນທ້ອງຖິ່ນໃນທາງຕັດຄ້ອຍ. ເຖິງແນວນັ້ນກໍຕາມ, ພູເຈື່ອນທີ່ເກີດຂຶ້ນຢູ່ຕອນລຸ່ມຂອງຄ້ອຍ ມັກເກີດຂຶ້ນຫຼາຍ ແລະ ເຮັດໃຫ້ຂອບທາງສູງຂຶ້ນ ແລະ ເຮັດໃຫ້ເກີດດິນເຈື່ອນຢູ່ທາງທີ່ຢູ່ຕິດກັນ. ການຕີລາຄາດ້ານເສດຖະກິດ ທີ່ຄົ້ນຄວ້ານີ້ ຊີ້ໃຫ້ເຫັນວ່າ ຜົນປະໂຫຍດທາງວິສະວະກຳ ທີ່ເກີດຂຶ້ນຈາກການເພີ່ມການລົງທຶນ ໃນການຄຸ້ມຄອງທາງຄ້ອຍຢ່າງຈິງຈັງ ແມ່ນມີໜ້ອຍ. ເຖິງຢ່າງໃດກໍດີ, ສຳລັບການຕັດທາງໃນເຄືອຂ້າຍເສັ້ນທາງທີ່ມີໄພດິນເຈື່ອນຫຼາຍ, ການລົງທຶນໃນການຄຸ້ມຄອງທາງຄ້ອຍຢ່າງຈິງຈັງ ອາດມີປະໂຫຍດ ໃນແງ່ຂອງຜົນຕອບແທນທາງວິສະວະກຳຮ່ວມໃນການລົງທຶນ (ຫຼຸດຜ່ອນຕົ້ນທຶນດ້ານການປະຕິບັດການ ແລະ ການບຳລຸງຮັກສາ) ແລະ ຫຼຸດຜ່ອນຕົ້ນທຶນກ່ຽວກັບຄວາມຊັກຊ້າໃນການຈໍລະຈອນ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - ຜົນກະທົບຂອງໄພດິນເຈື່ອນຕໍ່ເຄືອຂ່າຍຖະໜົນໃນ ສປປ ລາວ ແລະ ຄວາມເປັນໄປໄດ້ໃນການຈັດຕັ້ງໂຄງການຄຸ້ມຄອງທາງຄ້ອຍ

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Disasters and emergency response
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Gareth Hearn, Tim Hunt and Julian Aubert (Scott Wilson Ltd) and John Howell (Living Resources Limited)
ປີຈັດພິມ 2008
ຈຳນວນໜ້າ 7
ວັນທີອັບໂຫຼດ ພະຈິກ 7, 2019, 07:21 (UTC)
ວັນທີດັດແປງ ພະຈິກ 12, 2019, 07:45 (UTC)