Skip to content

ການກວາດຊື້ທີ່ດິນ ແລະ ແຮງງານ: ແຮງງານຫວຽດນາມໃນໄຮ່ຢາງພາລາ ທາງພາກໃຕ້ຂອງລາວ

ຈັດພິມໂດຍ: Open Development Laos

ນັບແຕ່ຕົ້ນຊຸມປີ 2000, ລັດຖະບານລາວໄດ້ເພີ່ມທະວີ ຈຳນວນການສຳປະທານທີ່ດິນຂະໜາດໃຫຍ່ ສຳລັບທຸລະກິດການກະເສດ. ໃນຂະນະທີ່ມີການເຮັດບົດຄົ້ນຄວ້າຕ່າງໆ ກ່ຽວກັບຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມຂອງການຍຶດຄອງທີ່ດິນ, ບົດບາດຂອງແຮງງານຫວຽດນາມໃນໄຮ່ຢາງພາລາຂອງຫວຽດນາມ ຍັງບໍ່ເຄີຍມີການສຶກສາຄົ້ນຄວ້າ. ໂດຍນຳໃຊ້ວິທີການນິເວດວິທະຍາທາງການເມືອງ, ພວກເຮົາດຳເນີນການຄົ້ນຄວ້າທີ່ເຊື່ອມຕໍ່ລະຫວ່າງການຄົ້ນຄວ້າກ່ຽວກັບການກວາດຊື້ທີ່ດິນ ແລະ ການເຮັດວຽກໃນພື້ນທີ່ ອອກແຮງງານ. ເງິນສ່ວນໃຫຍ່ທີ່ໄດ້ຈາກການອອກແຮງງານຂອງຄົນຫວຽດນາມໃນລາວ ແມ່ນຖືກນຳໃຊ້ເພື່ອຈຸດປະສົງທີ່ບໍ່ກ່ຽວກັບການກະສິກຳ, ໂດຍຈົງໃຈຄັດເລືອກເອົາບຸກຄົນ ທີ່ບໍ່ລົງທຶນໃນດ້ານກະສິກຳຢູ່ຫວຽດນາມ. ແຮງງານຫວຽດນາມໃນໄຮ່ຢູ່ລາວ ຍັງມີຜົນກະທົບທີ່ສຳຄັນຕໍ່ພື້ນທີ່ ທັງໃນລາວ ແລະ ຫວຽດນາມ, ທີ່ບໍ່ພຽງແຕ່ຜ່ານບັນທັດຖານ, ກົດລະບຽບທາງການ ແລະ ການປະຕິບັດຕົວຈິງໃນໄຮ່ຢາງພາລາ ຂອງແຮງງານຫວຽດນາມ ແລະ ການຄຸ້ມຄອງ, ແຕ່ຍັງຜ່ານການປ່ຽນແປງຂອງລະບອບແຮງງານໃນຫວຽດນາມ. ໃນລາວ ໜຶ່ງໃນຜົນໄດ້ມາທີ່ສຳຄັນທີ່ສຸດ ແມ່ນການສ້າງພື້ນທີ່ສະເພາະ ທີ່ບໍ່ຕ້ອນຮັບແຮງງານລາວ. ໂດຍສະເພາະ ບົດວິໄຈນີ້ ຊີ້ໃຫ້ເຫັນວ່າ ຄວາມສຳຄັນຂອງການເມືອງພື້ນທີ່ ແມ່ນມີຄວາມສຳຄັນຕໍ່ຄວາມເຂົ້າໃນກ່ຽວກັບລັກສະນະສະເພາະດ້ານພູມສາດແຮງງານ ທີ່ກ່ຽວຂ້ອງກັບໄຮ່ຢາງພາລາຫວຽດນາມໃນລາວ, ເນື່ອງຈາກສາຍສຳພັນທາງການເມືອງທີ່ໃກ້ຊິດ ລະຫວ່າງລາວ ແລະ ຫວຽດນາມ, ແລະ ຄວາມຈິງທີ່ວ່າບໍລິສັດ ແລະ ບັນດາຜູ້ບໍລິຫານຫວຽດນາມ ແມ່ນມີສ່ວນພົວພັນກ່ຽວຂ້ອງ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Land grabs and labour Vietnamese workers on rubber plantations in southern Laos

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Land
  • Land and housing rights and evictions
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) Baird, Ian G., William Noseworthy, Nghiem Phuong Tuyen, Le Thu Ha, and Jefferson Fox.
ຜູ້ຈັດພິມ Singapore Journal of Tropical Geography
ປີຈັດພິມ 2018
ຈຳນວນໜ້າ 21
ວັນທີອັບໂຫຼດ ທັນວາ 10, 2018, 06:54 (UTC)
ວັນທີດັດແປງ ທັນວາ 13, 2019, 04:52 (UTC)