Skip to content

ຍຸດທະສາດ ແລະ ຂອບໂຄງສ້າງການປະຕິຮູບຂະແໜງສາທາລະນະສຸກເຖິງປີ 2025

ຈັດພິມໂດຍ: Open Development Laos

ຂອບໂຄງສ້າງ HSR ແມ່ນເອກະສານເພື່ອເປັນແນວທາງ ໃຫ້ແກ່ການຈັດຕັ້ງປະຕິບັດຍຸດທະສາດ HSR ພາຍໃຕ້ຕົວແບບດ້ານນະໂຍບາຍ ແລະ ຕົວແບບການວາງແຜນຍຸດທະສາດ. ຕົວແບບດັ່ງກ່າວ ໄດ້ສະໜອງຂອບໂຄງສ້າງທາງດ້ານກົດໝາຍ ແລະ ການປະຕິບັດ ສຳລັບການວາງແຜນດຳເນີນງານ ເພື່ອການຈັດຕັ້ງປະຕິບັດໃນຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ພາຍໃຕ້ນະໂຍບາຍສາມສ້າງ. ຂະບວນການໃນການພັດທະນາຂອງໂຄງສ້າງດັ່ງກ່າວ ແມ່ນນຳພາໂດຍລັດຖະບານ, ພາຍໃຕ້ການປຶກສາຫາລືຢ່າງໃກ້ຊິດ ລະຫວ່າງ ກົມກອງທີ່ກ່ຽວຂ້ອງຂອງກະຊວງສາທາລະນະສຸກ, ຖັນແຖວກະຊວງ, ຄູ່ຮ່ວມພັດທະນາ ແລະ ຊ່ຽວຊານຕ່າງປະເທດ ທີ່ໄດ້ຮັບເຊີນຜ່ານອົງການອະນາໄມໂລກ ແລະ ອົງການໄຈກາ ເພື່ອໃຫ້ການສະໜັບສະໜູນດ້ານວິຊາການ ສຳລັບແຕ່ລະຂົງເຂດບູລິມະສິດ. ທີມວິຊາການຫຼັກແຫຼ່ງຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນກະຊວງສາທາລະນະສຸກ ທີ່ໄດ້ຮັບການແຕ່ງຕັ້ງ ຈາກລັດຖະມົນຕີ ໃຫ້ຮັບຜິດຊອບເຕັມທີ່ ກ່ຽວກັບເນື້ອໃນດ້ານວິຊາການຂອງຂອບໂຄງສ້າງດັ່ງກ່າວ. ທີມງານດັ່ງກ່າວ ແມ່ນເຮັດວຽກຮ່ວມກັບບັນດາຄູ່ຮ່ວມພັດທະນາ ພາຍໃຕ້ການປະສານງານ ຂອງກົມແຜນການ ແລະ ການຮ່ວມມືຕ່າງປະເທດ ກະຊວງສາທາລະນະສຸກ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Health Sector Reform Strategy and Framework till 2025

Additional Info

Field Value
ປະເພດເອກະສານ Issue and policy briefs
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Public health
  • SDG3 Good Health and Well-Being
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) ກະຊວງສາທາລະນະສຸກ
ຜູ້ຈັດພິມ ກະຊວງສາທາລະນະສຸກ
ປີຈັດພິມ 2016
ຈຳນວນໜ້າ 160
ວັນທີອັບໂຫຼດ ພຶດສະພາ 20, 2019, 07:16 (UTC)
ວັນທີດັດແປງ ທັນວາ 3, 2019, 07:29 (UTC)