Skip to content

ການໃຊ້ຈ່າຍຂອງລັດຖະບານໃນດ້ານສາທາລະນະສຸກ ໃນ ສປປ ລາວ: ທ່າອ່ຽງໂດຍລວມ ແລະ ຜົນຈາກການສຳຫຼວດສູນປິ່ນປົວສຸຂະພາບ

ຈັດພິມໂດຍ: Open Development Laos

ຈົດໝາຍເຫດນະໂຍບາຍນີ້ ສະແດງພາບລວມການລົງທຶນດ້ານສາທາລະນະສຸກ ຂອງລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍເນັ້ນໃສ່ເພີ່ມເຕີມ ດ້ານການລົງທຶນໃນສູນປິ່ນປົວສຸຂະພາບ. ຈົດໝາຍເຫດນີ້ ສັງລວມທ່າອ່ຽງໂດຍລວມຂອງຜົນຂອງວຽກງານສາທາລະນະສຸກ ແລະ ການລົງທຶນຂອງລັດຖະບານໃນຂະແໜງ ໃນຊ່ວງປີ 2000-2014 ແລະ ວິເຄາະທ່າອ່ຽງໃນຂໍ້ມູນການໃຊ້ຈ່າຍງົບປະມານດ້ານສາທາລະນະສຸກ ຂອງລັດຖະບານຕາມແຜນ ແລະ ຕົວຈິງ ເຊິ່ງກວມເອົາປີງົບປະມານ 2000/01 ເຖິງ 2013/14 ແລະ ການໃຊ້ຈ່າຍຕາມແຜນ ສຳລັບປີງົບປະມານ 2014/15, ເຊິ່ງເປັນການປັບປຸງການປະເມີນທີ່ດຳເນີນໃນປີ 2012. ນອກຈາກນັ້ນ ຈົດໝາຍເຫດນີ້ ຍັງສະຫຼຸບຜົນ ຈາກການເກັບກຳຂໍ້ມູນ ການລົງທຶນໃນສູນປິ່ນປົວສຸຂະພາບ ເຊິ່ງເປັນສ່ວນໜຶ່ງຂອງການສຳຫຼວດສິ່ງອຳນວຍຄວາມສະດວກ UFGE-CNP ເຊິ່ງເກັບກຳຂໍ້ມູນ ຈາກຕົວຢ່າງຕົວແທນສູນປິ່ນປົວສຸຂະພາບ 120 ແຫ່ງໃນປີ 2013-14. ໝາຍເຫດນະໂຍບາຍນີ້ ແມ່ນໜຶ່ງໃນຊຸດຂໍ້ມູນ ເພື່ອເຜີຍແຜ່ຜົນຂອງໂຄງການວິເຄາະ ແລະ ໃຫ້ຄຳປຶກສາ ຂອງທະນານຄານໂລກ ສຳລັບຂະແໜງສາທາລະນະສຸກໃນ ສປປ ລາວ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Government Expenditure on Health in Lao PDR : Overall Trends and Findings from a Health Center Survey

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Public health
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) World Bank Group
ຜູ້ຈັດພິມ World Bank Group
ປີຈັດພິມ 2016
ຈຳນວນໜ້າ 36
ວັນທີອັບໂຫຼດ ສິງຫາ 30, 2019, 08:48 (UTC)
ວັນທີດັດແປງ ພະຈິກ 18, 2019, 09:11 (UTC)