Skip to content

ການປ່ຽນແປງທາງດ້ານເສດຖະກິດໃນຂະແໜງກະສິກຳຂອງລາວ: ຜົນກະທົບຂອງການປະຕິຮູບດ້ານນະໂຍບາຍ

ຈັດພິມໂດຍ: Open Development Laos

ນັບແຕ່ການຈັດຕັ້ງປະຕິບັດ ການປະຕິຮູບດ້ານເສດຖະກິດໃນ ສປປ ລາວ, ເຊິ່ງເລີ່ມປະມານປີ 1990, ຜົນຜະລິດເຂົ້າໄດ້ຂະຫຍາຍຕົວຫຼຸດລົງທຽບກັບປະຊາກອນ ແຕ່ວ່າການປູກພືດ ສ້າງລາຍຮັບ ແລະ ການລ້ຽງສັດແມ່ນມີທ່າອ່ຽງເພີ່ມສູງກວ່າປະຊາກອນ. ແຫຼ່ງຂໍ້ມູນຂອງເຫດການເຫຼົ່ານີ້ລວມມີ (i) ການປະຕິຮູບເພື່ອຫຼຸດຜ່ອນອຸປະສັກ ດ້ານການຄ້າພາຍໃນປະເທດ ຂອງສິນຄ້າກະເສດໃນ ສປປ ລາວ. ພື້ນທີ່ທີ່ມີຄວາມສະດວກໃນການປູກພືດ ແລະ ລ້ຽງສັດ ສາມາດຂາຍສິນຄ້າຂອງຕົນ ເພື່ອແລກປ່ຽນກັບເຂົ້າ. ເຊິ່ງບໍ່ມີຄວາມຈຳເປັນສຳລັບ ບັນດາຄົວເຮືອນ ທີ່ຕ້ອງປູກເຂົ້າເພື່ອຮັບປະກັນຄວາມພຽງພໍຕໍ່ການບໍລິໂພກພາຍໃນ. (ii) ການຟື້ນຟູສາຍພົວພັນຊາຍແດນທີ່ດີລະຫວ່າງ ສປປ ລາວ ແລະ ໄທ ໝາຍຄວາມວ່າ ການຄ້າລະຫວ່າງຊາຍແດນສອງປະເທດ ໄດ້ຫຼຸດພົ້ນຈາກສິ່ງກີດຂວາງເນື່ອງຈາກຄວາມເຄັ່ງຕຶງທາງການເມືອງ. ນອກຈາກນີ້ ຂະບວນການປະຕິຮູບດັ່ງກ່າວໃນ ສປປ ລາວ ຍັງຊ່ວຍຫຼຸດຜ່ອນອຸປະສັກ ໃນການຄຸ້ມຄອງການຄ້າສາກົນ ກັບໄທ, ຈີນ ແລະ ຫວຽດນາມ. (iii) ການຂະຫຍາຍຕົວຢ່າງວ່ອງໄວຂອງເສດຖະກິດໄທ, ຈີນ ແລະ ຫວຽດນາມ, ເຊິ່ງມີຊາຍແດນອັນກວ້າງຍາວຕິດກັບ ສປປ ລາວ, ເຮັດໃຫ້ຄວາມຕ້ອງການສິນຄ້າປູກຝັງ ແລະ ສັດລ້ຽງເພີ່ມຂຶ້ນມະຫາສານ, ເຊິ່ງສິນຄ້າບາງປະເພດສາມາດຜະລິດໃນ ສປປ ລາວ ໄດ້ຢ່າງມີປະສິດທິຜົນ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Economic Change in Lao Agriculture: The Impact of Policy Reform

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Agriculture
  • Agriculture and fishing
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Warr, Peter G
ປີຈັດພິມ 1997
ຈຳນວນໜ້າ 5
ວັນທີອັບໂຫຼດ ມັງກອນ 25, 2019, 09:02 (UTC)
ວັນທີດັດແປງ ທັນວາ 13, 2019, 03:32 (UTC)