Skip to content

ການເຊື່ອມຕໍ່ດິຈິຕອລ໌ໃນ ສປປ ລາວ ທີ່ຫຼ້າຫຼັງກວ່າປະເທດຄູ່ແຂ່ງ : ການປະເມີນໂດຍສັງເຂບ ກັບຂໍ້ແນະນຳດ້ານນະໂຍບາຍ ເພື່ອການພັດທະນາໃຫ້ທ່ວງທັນກັນປະເທດອື່ນ

ຈັດພິມໂດຍ: Open Development Laos

ການເຂົ້າເຖິງການເຊື່ອມຕໍ່ດິຈິຕອລ໌ ເພື່ອການບໍລິການອິນເຕີເນັດທີ່ລາຄາບໍ່ແພງ ແລະ ເປັນໜ້າເຊື່ອຖື ໄດ້ກາຍເປັນຕົວຂັບເຄື່ອນຕົ້ນຕໍໃນການພັດທະນາເສດຖະກິດ ແລະ ສັງຄົມໃນທົ່ວໂລກ. ກິດຈະກຳທາງເສດຖະກິດ ແລະ ການບໍລິການຂອງລັດຖະບານ ມີທ່າອ່ຽງຫັນສູ່ໂລກອອນໄລ ນັບມື້ນັບຫຼາຍຂຶ້ນ. ສປປ ລາວ ຢູ່ໃນສະຖານະທີ່ດີ ທີ່ຈະໄດ້ຮັບປະໂຫຍດ ຈາກທ່າອ່ຽງດັ່ງກ່າວ ເພື່ອຍົກລະດັບການຂະຫຍາຍຕົວ, ການແຂ່ງຂັນ ແລະ ການໃຫ້ການບໍລິການສຳລັບປະຊາຊນ, ແຕ່ວ່າມັນຈຳເປັນຕ້ອງມີການແຊກແຊງທີ່ເລັ່ງດ່ວນ ເພື່ອຮັບປະກັນວ່າ ສປປ ລາວ ຈະບໍ່ຫຼ້າຫຼັງກວ່າປະເທດຄູ່ແຂ່ງໃນພາກພື້ນ. ຈົດໝາຍເຫດນີ້ ໃຫ້ການທົບທວນສະຖານະການເຊື່ອມຕໍ່ທາງດິຈິຕອລ ໃນ ສປປ ລາວ, ແລະ ບັນດາທາງເລືອກ ເພື່ອການປັບປຸງ ລວມທັງບົດບາດທີ່ກ່ຽວຂ້ອງຂອງລັດຖະບານ ແລະ ຂະແໜງອຸດສາຫະກຳ. ຜົນຈາກການຄົ້ນຄວ້າໃນຄັ້ງນີ້ ມີຄື: ໃນເກືອບທຸກໆມາດຕະເກນ, ສປປ ລາວ ແມ່ນຍັງຫຼ້າຫຼັງຫຼາຍ ໃນແງ່ຂອງການເຂົ້າເຖິງ, ຄຸນນະພາບ ແລະ ລາຄາຂອງການບໍລິການອິນເຕີເນັດ ທຽບກັບບັນດາປະເທດຄູ່ແຂ່ງໃນພາກພື້ນ. ການເຂົ້າເຖິງບໍລິການ ອິນເຕີເນັດຜ່ານມືຖື ມີລັກສະນະເພີ່ມຂຶ້ນ, ແຕ່ວ່າຊຸມຊົນໃນຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ຍັງຄົງບໍ່ເຂົ້າເຖິງການບໍລິການ ຫຼື ການບໍລິການມີບໍ່ພຽງພໍ. ດັ່ງນັ້ນ ຈຶ່ງຕ້ອງການ ການດຳເນີນການທີ່ເລັ່ງດ່ວນ ເພື່ອປິດຊ່ອງຫວ່າງທາງດິຈິຕອລດັ່ງກ່າວ. ການບໍລິການອິນເຕີເນັດແບບໃຊ້ສາຍ ເພື່ອການສົ່ງຖ່າຍຂໍ້ມູນຂ່າວສານຈຳນວນຫຼາຍ ເພື່ອຮອງຮັບ ການພັດທະນາທາງດິຈິຕອລຍຸກໃໝ່ ຍັງຂ້ອນຂ້າງຈຳກັດ. ສ່ວນຄ່າບໍລິການອິນເຕີເນັດ ແມ່ນຂ້ອນຂ້າງສູງ. ການບໍລິການອິນເຕີເນັດຄວາມໄວສູງ ກໍ່ຍັງຄົງຈຳກັດ ແລະ ມີລາຄາທີ່ສູງຫຼາຍ. ລະບົບພາສີລາຍຍ່ອຍຂັ້ນຕ່ຳ ສຳລັບການບໍລິການມືຖື, ສຽງ ແລະ ຂໍ້ມູນ ອາດຫຼຸດຄວາມສາມາດຂອງຜູ້ປະກອບການ ໃນການໄຈ້ແຍກການບໍລິການ ແລະ ການແຂ່ງຂັນດ້ານລາຄາ ແລະ ຄຸນນະພາບຂອງການບໍລິການ. ຄຸນນະພາບຂອງການບໍລິການ ແລະ ຄ່າບໍລິການອິນເຕີເນັດ ຍັງຄົງເປັນບັນຫາທີ່ຫຼຸດຜ່ອນການເຂົ້າເຖິງ ແລະ ການນຳໃຊ້ບໍລິການ ແລະ ການໃຊ້ປະໂຫຍດຈາກດິຈິຕອລ. ຄວາມສາມາດໃນການຄຸ້ມຄອງ ແລະ ຄວາມຊ່ຽວຊານ ມີລັກສະນະເພີ່ມຂຶ້ນ, ແຕ່ກໍ່ຍັງຄົງຕ່ຳ ເຊິ່ງເປັນການຈຳກັດ ການຂະຫຍາຍຕົວຂອງຕະຫຼາດ ແລະ ການລົງທຶນ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Digital Connectivity in Lao PDR Lagging Behind Peers : A Short Assessment with Policy Recommendations to Catch Up

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Communications infrastructure
  • Economy and commerce
  • Internet
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) World Bank
ຜູ້ຈັດພິມ World Bank
ປີຈັດພິມ 2018
ຈຳນວນໜ້າ 20
ຄຳສັບຫຼັກ Digital Connectivity in Lao PDR Lagging Behind Peers
ວັນທີອັບໂຫຼດ ກຸມພາ 7, 2019, 04:00 (UTC)
ວັນທີດັດແປງ ທັນວາ 4, 2019, 03:59 (UTC)