Skip to content

ຍຸດທະສາດການພັດທະນາ ຂະແໜງການປູກຝັງເຖິງປີ 2025 ແລະ ວິໄສທັດປີ 2030 (ສປປ ລາວ)

ຈັດພິມໂດຍ: Open Development Laos

ຍຸດທະສາດການພັດທະນາ ຂະແໜງການປູກຝັງເຖິງປີ 2025 ແມ່ນໜຶ່ງໃນເອກະະສານຍຸດທະສາດ ເຊິ່ງສັງລວມການວິເຄາະກ່ຽວກັບການປູກຝັງ ແລະ ການພັດທະນາຂະແໜງການ ປູກຝັງ ທີ່ໄດ້ມີການດຳເນີນຫວ່າງໝໍ່ໆມານີ້. ນອກຈາກສະໜອງທິດທາງ, ຫຼັກການ, ວິທີການ ແລະ ມາດຕະການ ເພື່ອການຈັດຕັ້ງປະຕິບັດການພັດທະນາເສດຖະກິດ-ສັງຄົມແຫງ່ຊາດ, ຍຸດທະສາດສະບັບນີ້ ຍັງສົ່ງເສີມກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ, ການຫັນສູ່ອຸດສາຫະກຳ ແລະ ທັນສະໃໝ ໃນການປູກຝັງ ຕາມນະໂຍບານການກະສິກຳທີ່ສະອາດ. ນອກຈາກນີ້ ຍຸດທະສາດສະບັບນີ້ ຍັງລວມເອົາວິໄສທັດ, ວັດຖຸປະສົງ ແລະ ເປົ້າໝາຍເພື່ອການພັດທະນາ ຂະແໜງການປູກຝັງ ເຖິງປີ 2025. ວິໄສທັດຂອງຂະແໜງການປູກຝັງ ກໍຄື: ການປູກຝັງທີ່ທັນສະໄໝ, ສະອາດ, ປອດໄພ, ມີຄຸນນະພາບ, ໝັ້ນຄົງ, ຍືນຍົງ ແລະ ເປັນທຸລະກິດ. ຈຸດປະສົງແມ່ນເພື່ອເນັ້ນໃສ່ ການຜະລິດພືດສະບຽງອາຫານ ແລະ ພືດທຳເງິນ ທີ່ປອດໄພສຳລັບຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ, ການພັດທະນາຄວາມສາມາດດ້ານວິຊາການ, ການປົກປ້ອງເຄື່ອງປູກ ແລະ ການຮັບປະກັນເຄື່ອງປູກ, ການສ້າງມາດຕະຖານ, ລະບຽບການ ແລະ ລະບົບຂໍ້ມູນຂ່າວສານ ທີ່ສາມາດເຊື່ອມໂຍງກັບສາກົນ ແລະ ພາກພື້ນ. ນອກຈາກນັ້ນ ຍັງສຸມໃສ່ການຈັດສັນທີ່ດິນເພື່ອການຜະລິດ ພືດສະບຽງອາຫານ ແລະ ພືດທຳເງິນ ໂດຍອີງໃສ່ເງື່ອນໄຂໃນທ້ອງຖິ່ນ ເຊັ່ນ ຊັບພະຍາກອນທຳມະຊາດ, ວັດທະນະທຳ ແລະ ຄວາມຮູ້ລະດັບທ້ອງຖິ່ນ. ຈາກນັ້ນແມ່ນສືບຕໍ່ສຸມໃສ່ ການຄຸ້ມຄອງລະບົບການຜະລິດແບບຍືນຍົງ, ຊັບພະຍາກອນ ແລະ ຊັບພະຍາກອນແຫຼ່ງນ້ຳ ແລະ ການຈັດສັນທີ່ດິນທຳການຜະລິດໃນທົ່ວປະເທດ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Development Strategy of the Crop Sector 2025 and Vision 2030

Additional Info

Field Value
ປະເພດເອກະສານ Issue and policy briefs
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Agriculture
  • Agriculture and fishing
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) Department of Agriculture
ຜູ້ຈັດພິມ Department of Agriculture
ປີຈັດພິມ 2015
ຈຳນວນໜ້າ 31
ວັນທີອັບໂຫຼດ ກຸມພາ 6, 2019, 09:26 (UTC)
ວັນທີດັດແປງ ທັນວາ 12, 2019, 06:58 (UTC)