Skip to content

ການພັດທະນາຂໍ້ມູນປະຫວັດໄພພິບັດແຫ່ງຊາດຂອງ ສປປ ລາວ

ຈັດພິມໂດຍ: Open Development Laos

ບົດລາຍງານນີ້ ສັງລວມປະສົບການກ່ຽວກັບການເຮັວວຽກຂອງສູນກະກຽມເພື່ອການຮັບມືໄພພິບັດ ອາຊີ (ADPC) ແລະ ສະຖາບັນໂຍທາທິການ ແລະ ຂົນສົ່ງ ໃນການປະເມີນຄວາມສ່ຽງໄພພິບັດ ແລະ ການແຕ້ມແຜນທີ່ໃນພາກພື້ນ. ຈຸດປະສົງຂອງໂຄງການນີ້ ແມ່ນເພື່ອແຕ້ມແຜນທີ່ຂອງພື້ນທີ່ທີ່ມີຄວາມສ່ຽງຕໍ່ໄພພິບັດ (ໂດຍອີງຕາມຂໍ້ມູນໄພພິບັດໃນອະດີດ), ກຳນົດ ແລະ ປະເມີນການຜະເຊີນໜ້າ, ຄວາມອ່ອນໄຫວ ແລະ ຄວາມສ່ຽງຕໍ່ໄພພິບັດຂອງຄົນ, ຊັບສິນ, ສິ່ງອຳນວຍຄວາມສະດວກທີ່ສຳຄັນ ແລະ ກິດຈະກຳທາງດ້ານເສດຖະກິດ ໃນພື້ນທີ່ສ່ຽງຕໍ່ໄພພິບັດ; ແລະ ສ້າງຂໍ້ມູນປະຫວັດໄພພິບັດຫຼາຍດ້ານໃນລະດັບຊາດເບື້ອງຕົ້ນ, ກ່ຽວກັບປະເພດໄພພິບັດ ແລະ ຂະແໜງການທີ່ໄດ້ຮັບຜົນກະທົບ, ເພື່ອຢືນຢັນບູລິມະສິດຄວາມສ່ຽງໄພສຳລັບແຜນຍຸດທະສາດການຫຼູດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດ. ພາຍຫຼັງສຳເລັດຈຸດປະສົງດັ່ງກ່າວ, ທີມງານໄດ້ສ້າງບົດລາຍງານສອງພາກ. ສຳລັບພາກທີ່ 1 ປະກອບມີພາບລວມຂອງໂຄງການ, ລາຍລະອຽດຂໍ້ມູນຂັນພື້ນຖານ, ແລະ ການປະເມີນໄພພິບັດ ແລະ ການແຕ້ມແຜນທີ່ແຜ່ນດິນໄຫວ, ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ດິນເຈື່ອນ, ພະຍາດ ແລະ ໂລກໄພ, ລະເບີດບໍ່ທັນແຕກ, ແລະ ໄພຈາກພະຍຸໃນລະດັບຊາດ. ສະນັ້ນ ໃນພາກທີ 1 ຈຶ່ງເປັນການພັດທະນາແຜນທີ່ຄວາມສ່ຽງໄພພິບັດ ສຳລັບ ສປປ ລາວ. ພາກທີ 2 ຂອງບົດລາຍງານນີ້ ແມ່ນເວົ້າກ່ຽວກັບວິທີການໃນການປະເມີນການຜະເຊີນໜ້າ, ຄວາມອ່ອນໄຫວ ແລະ ຄວາມສ່ຽງສຳລັບໄພພິບັດປະເພດຕ່າງໆ. ນອກຈາກນີ້ ຍັງໃຫ້ຄຳແນະນຳດ້ານຍຸດທະສາດໃນການແຊກແຊງທີ່ຈຳເປັນ ສຳລັບການຫຼຸດຄວາມສ່ຽງຕໍ່ໄພພິບັດ. ຄຳແນະນຳດັ່ງກ່າວ ແບ່ງເປັນແປດໝວດ ຄື ໝວດນະໂຍບາຍ; ຄຳສັ່ງ ແລະ ການພັດທະນາດ້ານສະຖາບັນ; ໄພ, ຄວາມອ່ອນໄຫວ ແລະ ການປະເມີນຄວາມສ່ຽງ; ລະບົບເຕືອນໄພພິບັດລ່ວງໜ້າຫຼາຍດ້ານ; ການກະກຽມ ແລະ ແຜນການຮັບມື; ການລວມວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດເຂົ້າກັບການວາງແຜນພັດທະນາ; ການຄຸ້ມຄອງຄວາມສ່ຽງໄພພິບັດໂດຍອີງໃສ່ຊຸມຊົນ; ແລະ ການໃຫ້ຄວາມຮູ້ແກ່ມະຫາຊົນ, ການສຶກສາ ແລະ ຝຶກອົບຮົມ.

ແຫຼ່ງຂໍ້ມູນ (2)

ເບິ່ງຕົວຢ່າງຂໍ້ມູນ - ການພັດທະນາຂໍ້ມູນປະຫວັດໄພພິບັດແຫ່ງຊາດຂອງ ສປປ ລາວ, ພາກທີ 1 ການປະເມີນໄພພິບັດ

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Disasters and emergency response
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ

No license given

ຜູ້ຂຽນ (ອົງການຈັດຕັ້ງ) ສູນກະກຽມຮັບມືຕໍ່ໄພພິບັດອາຊີ
ຜູ້ຈັດພິມ ສູນກະກຽມຮັບມືຕໍ່ໄພພິບັດອາຊີ
ປີຈັດພິມ 2010
ຈຳນວນໜ້າ 107 + 88
ວັນທີອັບໂຫຼດ ພະຈິກ 7, 2019, 07:21 (UTC)
ວັນທີດັດແປງ ພະຈິກ 8, 2019, 09:08 (UTC)