Skip to content

ການສົມທຽບປະຫວັດພັນທຸກຳທາງພໍ່ ແລະ ທາງແມ່ ຂອງປະຊາກອນໄທ ແລະ ລາວ

ຈັດພິມໂດຍ: Open Development Laos

ປະຫວັດສາດປະຊາກອນມະນຸດ ໃນພາກພື້ນອາຊີຕາເວັກອອກສຽງໃຕ້ແຜ່ນດິນໃຫຍ່ (MSEA) ຍັງບໍ່ມີການສຶກສາເທົ່າທີ່ຄວນ, ໂດຍສະເພາະການສຶກສາໂດຍອີງໃສ່ລຳດັບເຫດການ ກ່ຽວກັບຄວາມຫຼາກຫຼາຍໃນອັດຕາສ່ວນຂອງຜູ້ຊາຍຕາມສີໂສມ Y (MSY) ຍັງມີໜ້ອຍ. ໃນທີ່ນີ້ ພວກເຮົາອະທິບາຍລຳດັບ MSY ໃໝ່ຂອງ ~2.3 mB (ພັນຄູ່ສີໂສມ) ຈາກຜູ້ຊາຍ 914 ຄົນ ແລະ ສົມທົບຂໍ້ມູນທີ່ໄດ້ກັບຂໍ້ມູນໃນຄັ້ງກ່ອນ ສຳລັບລຳດັບ 928 MSY ທີ່ເປັນຂອງປະຊາກອນ 59 ຄົນຈາກໄທ ແລະ ລາວ ທີ່ປາກເວົ້າໂດຍໃຊ້ພາສາໃນສາມຕະກຸນ MSEA ຕົ້ນຕໍ່ຄື: ຕະກຸນພາສາ ອອສ໌ໂຕຼເອເຊຍຕິກ (AA), ໄຕ-ກະໄດ (TK) ແລະ ຈີນ-ທິເບດ (ST). ໃນຈຳນວນ 92 ກຸ່ມພັນທຸກຳ MSY, ສອງສາຍພົວພັນ MSY ຕົ້ນຕໍ (O1b1a1a (O-M95) ແລະ O2a (O-M324)) ປະກອບສ່ວນຢ່າງໃຫຍ່ຫຼວງ ຕໍ່ການສ້າງພັນທຸກຳທາງພໍ່ແມ່ຂອງໄທ ແລະ ລາວ. ພວກເຮົາຍັງທຳການວິເຄາະລຳດັບພັນທຸກຳ mtDNA ທີ່ສົມບູນ ທີີ່ມີການເຜີຍແຜ່ໃນຄັ້ງກ່ອນ ຈາກກຸ່ມດຽວກັນ, ແລະ ຄົນພົບຮູບແບບທີ່ຂັດແຍ່ງກັນຂອງຄວາມຫຼາກຫຼາຍທາງພັນທຸກຳຊາຍ ແລະ ຍິງ ແລະ ການຂະຫຍາຍຕົວຂອງປະຊາກອນ ໂດຍສະເພາະແມ່ນຊົນເຜົ່າພູດອຍຄື ເຜົ່າມອນ ແລະ ກຸ່ມຄົນໄທສ່ວນໃຫຍ່ບາງຈຳນວນ. ໂດຍສະເພາະ ພວກເຮົາຄົ້ນພົບຜົນກະທົບຂອງຮູບແບບທີ່ຢູ່ອາໄສຫຼັງການແຕ່ງງານ ຕໍ່ກັບຄວາມຫຼາຍຫຼາຍທາງພັນທຸກຳ ໃນກຸ່ມທີ່ຢູ່ອາໄສກັບຝ່າຍຊາຍ ທຽບກັບກຸ່ມທີ່ຢູ່ອາໄສກັບຝ່າຍຍິງ. ນອນຈາກນີ້, ຍັງມີການສັງເກດ ການຂະຫຍາຍຕົວຂອງປະຊາກອນຊາຍ ແລະ ຍິງ ໃນລະຫວ່າງຕົ້ນຍຸກຫີນເກົ່າ (~10 ພັນປີກ່ອນ), ພ້ອມທັງການຂະຫຍາຍຕົວສະເພາະຝ່າຍຊາຍສ່ວນໃຫຍ່ ສອງຊ່ວງຕໍ່ມາຄືຍຸກຫີນໃໝ່ (~4-5 ພັນປີກ່ອນ) ແລະ ຍຸກທອງ/ຍຸກເຫຼັກ (~2.0-2.5 ພັນປີກ່ອນ). ການຂະຫຍາຍຕົວຂອງສອງກຸ່ມດັ່ງກ່າວ ແມ່ນກຳນົດລັກສະນະຂອງກຸ່ມ AA ແລະ TK ສະໄໝໃໝ່ ຕາມລຳດັບ ທີ່ສອດຄ່ອງກັບການຄົ້ນຄວ້າກ່ຽວກັບ DNA ບູຮານທີ່ຜ່ານມາ. ພວກເຮົາຈຳລອງຂໍ້ມູນ MSY ໂດຍອີງໃສ່ສາມຕົວແບບປະຊາກອນ (ການຍ້ານຖິ່ນຖານຢ່າງຕໍ່ເນື່ອງ, ການລວມເຂົ້າກັນຂອງປະຊາກອນ ແລະ ການລວມເຂົ້າກັນທາງວັດທະນະທຳ) ຂອງກຸ່ມຄົນໄທສ່ວນໃຫຍ່ ແລະ ຄົ້ນພົບຂໍ້ສະຫຼຸບທີ່ແຕກຕ່າງ ຈາກແບບຈຳລອງ mtDNA, ພາຍໃຕ້ຫຼັກຖານການສົມທຽບປະຫວັດທາງພັນທຸກຳຂອງຊາຍ ແລະ ຍິງ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Contrasting paternal and maternal genetic histories of Thai and Lao populations

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Ethnic minorities and indigenous people
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
  • ໄທ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Kutanan, Wibhu, Jatupol Kampuansai, Metawee Srikummool, Andrea Brunelli, Silvia Ghirotto, Leonardo Arias, Enrico Macholdt, Alexander Huebner, Roland Schroeder, and Mark Stoneking
ປີຈັດພິມ 2019
ຈຳນວນໜ້າ 54
ວັນທີອັບໂຫຼດ ເມສາ 18, 2019, 06:38 (UTC)
ວັນທີດັດແປງ ທັນວາ 5, 2019, 06:50 (UTC)