Skip to content

ການຫັນປ່ຽນອຳນາດອະທິໄຕ: ເຂດເສດຖະກິດພິເສດ ແລະ ການຫັນສູ່ເສລີນິຍົມໃໝ່ຂອງຊາຍແດນປະເທດລາວ

ຈັດພິມໂດຍ: Open Development Laos

ລາວເດີນຕາມປະເທດເພື່ອນບ້ານຄືຈີນ ໃນການສ້າງເຂດເສດຖະກິດພິເສດ (SEZs) ເພື່ອເປັນສ່ວນໜຶ່ງຂອງເຄື່ອງຈັກທາງເສດຖະກິດໃໝ່ ທີ່ອະນຸຍາດໃຫ້ມີນະໂຍບາຍທາງດ້ານ ເສດຖະກິດສະເພາະ ແລະ ມາດຕະການໃນການຄຸ້ມຄອງທີ່ມີຄວາມຢືດຢຸ່ນ ໃນການດຳເນີນທຸລະກິດໃນພື້ນທີ່ໃດໜຶ່ງຂອງປະເທດ. ເຂດ SEZs ໃນລາວດຳເນີນການໃນຖານະຮູບແບບໜຶ່ງ ຂອງເຂດພິເສດທີ່ປົກຄອງຕົນເອງ ທີ່ສ້າງຂຶ້ນສຳລັບນັກລົງທຶນຕ່າງປະເທດ ໂດຍສະເພາະແມ່ນຊາວຈີນ. ພື້ນທີ່ອັນກວ້າງໃຫຍ່ຂອງດິນແດນປະເທດ ໄດ້ຖືກຫັນປ່ຽນໃຫ້ເປັນສະຖານທີ່ ເພື່ອຄວາມບັນເທິງ ແລະ ສູນກາງການທ່ອງທ່ຽວ. ບົດວິໄຈສະບັບນີ້ ນຳໃຊ້ກໍລະນີສຶກສາຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອຄົ້ນຄວ້າຄວາມຂັດແຍ່ງເຊິ່ງກັນແລະກັນ ລະຫວ່າງ ຄວາມຕ້ອງການໃນການພັດທະນາ ແລະ ຄວາມຫວັງໃນການຢູ່ລອດ ໃນເຂດຊາຍແດນທາງພາກເໜືອຂອງ ສປປ ລາວ. ມັນໄດ້ທຳການວິເຄາະຄວາມໝາຍ ແລະ ກົນໄກ ທີ່ສ້າງ ຄວາມສະດວກ ໃຫ້ແກ່ຂະບວນວິວັດການພັດທະນາຂອງນັກລົງທຶນຈີນ. ການຫັນປ່ຽນອະທິປະໄຕ ໄດ້ປະກອບສ່ວນເຂົ້າໃນການສ້າງພື້ນທີ່ຍົກເວັ້ນ ທີ່ມີຄວາມຈຳເປັນ ເພື່ອຄວາມເປັນໄປໄດ້ ທາງດ້ານເສດຖະກິດແບບໃໝ່ ເພື່ອຫັນປ່ຽນເຂດທີ່ຍັງຫຼ້າຫຼັງ ແລະ ປະຊາຊົນໃນເຂດດັ່ງກ່າວ ໃຫ້ເປັນຊັບພະຍາກອນໃນການຜະລິດ. ການເຈລະຈາ ແລະ ຄວາມລັງເລຂອງປະຊາຊົນທ້ອງຖິ່ນ ໃນການມີສ່ວນຮ່ວມໃນເຂດເສດຖະກິດໃໝ່ນີ້ ເຮັດໃຫ້ເຂົາເຈົ້າຕົກຢູ່ໃນສະພາບຢຸດຊະງັກ. ບົດວິໄຈນີ້ ຍັງມີການວິເຄາະບົດບາດ ຂອງແຮງງານມຽນມາອົບພະຍົບ ເຊິ່ງເປັນຕົວດຳເນີນການສຳຄັນ, ເປັນຕົວກາງເສລີນົຍົມໃໝ່ ທີ່ຊ່ວຍສ້າງຄວາມເປັນໄປໄດ້ ໃຫ້ແກ່ພາລະກິດການສ້າງຄວາມສີວິໄລຂອງຈີນ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Commodifying Sovereignty: Special Economic Zone and the Neoliberalization of the Lao Frontier

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Economy and commerce
  • Special economic zones
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Pinkaew Laungaramsri
ຜູ້ຈັດພິມ Palgrave Macmillan, New York
ປີຈັດພິມ 2015
ຈຳນວນໜ້າ 28
ວັນທີອັບໂຫຼດ ພຶດສະພາ 20, 2019, 07:16 (UTC)
ວັນທີດັດແປງ ພະຈິກ 29, 2019, 06:34 (UTC)