ການຫາລືຂອງຂ້າພະເຈົ້າຮ່ວມກັບທ່ານນາງຄຳຕັນ ແມ່ນກ່ຽວກັບຄວາມຄິດທີ່ວ່າຄວາມຮັບຮູ້ຂອງປະຊາຊົນກ່ຽວກັບທີ່ດິນໃນລາວ ໄດ້ມີການປ່ຽນແປງ, ເຊິ່ງບໍ່ສະເພາະແຕ່ໃນໄລຍະ ທີ່ບໍ່ແມ່ນຄອມມູນິດ ແລະ ໄລຍະຄັອມມູນິດ, ແຕ່ຍັງລວມທັງໄລຍະ ນັບແຕ່ການປະຕິຮູບເສດຖະກິດໃນລາວນັບແຕ່ກາງຊຸມປີ 1980, ໂດຍສະເພາະ ຕັ້ງແຕ່ການຮັບຮອງເອົາກົດໝາຍ ວ່າດ້ວຍທີດິນສະບັບປີ 2003, ຍ້ອນວ່າມັນໄດ້ສ້າງຂອບກົດໝາຍເພື່ອອະນຸຍາດໃຫ້ນັກລົງທຶນຕ່າງປະເທດ ເຂົ້າມາສຳປະທານການປູກປ່າໃນພື້ນທີ່ອັນກວ້າງໃຫຍ່, ເຊິ່ງບໍ່ມີືທາງທີ່ ຈະເກີດຂຶ້ນໃນຍຸກຂອງທ່ານນາງຄຳຕັນ. ຂ້າພະເຈົ້າຂໍໂຕ້ຖຽງວ່າ ຄວາມເຂົ້າໃຈຂອງລາວກ່ຽວກັບຜຶນແຜ່ນດິນ ແລະ ອະທິປະໄຕແຫ່ງຊາດ ໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ ໃນຊ່ວງ ສອງສາມທົດສະວັດທີ່ຜ່ານມາ, ເຊິ່ງໃນປະຈຸບັນ ທີ່ດິນໄດ້ມີຫັນເປັນທຶນຫຼາຍຂຶ້ນ ແລະ ເຫັນວ່າເປັນແຫຼ່ງດຶງດູດການລົງທຶນຈາກຕ່າງປະເທດ, ແທນທີ່ຈະເຫັນວ່າເປັນເຂດອະທິປະໄຕ ທີ່ບໍ່ຄວນອະນຸຍາດໃຫ້ມີການຄວບຄຸມໂດຍຊາວຕ່າງປະເທດ.