Skip to content

ສິ່ງທ້າທາຍ ແລະ ໂອກາດໃນການຮັບຮູ້ ແລະ ປົກປ້ອງລະບົບສິດຄອບຄອງທີ່ດິນຕາມປະເພນີ ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຈັດພິມໂດຍ: Open Development Laos

ບົດຄັດຫຍໍ້ນະໂຍບາຍນີ້ ສ້າງຂຶ້ນເພື່ອສົ່ງເສີມການມີສ່ວນຮ່ວມ ແລະ ການສົນທະນາກ່ຽວກັບນະໂຍບາຍ ລະຫວ່າງສະຖາບັນລັດຖະບານ ແລະ ບັນດາຜູ້ມີສ່ວນຮ່ວມທີ່ກ່ຽວຂ້ອງ ກ່ຽວກັບສິ່ງທ້າທາຍ ແລະ ໂອກາດໃນການຮັບຮູ້ສິດການຄອບຄອງທີ່ດິນຕາມປະເພນີ ຢູ່ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສິດຄອບຄອງຕາມປະເພນີ ຖືວ່າເປັນ ກົດລະບຽບຂອງທ້ອງຖິ່ນ, ສະຖາບັນ ແລະ ການປະຕິບັດກ່ຽວກັບທີ່ດິນ, ການປະມົງ ແລະ ປ່າໄມ້ ທີ່ໄດ້ຮັບສິດອັນຊອບທຳທາງສັງຄົມ ພາຍຫຼັງການຊົມໃຊ້ເປັນເວລາຍາວນານ ແລະ ມີຄວາມຕິດພັນກັບໂຄງສ້າງຂອງສັງຄົມ. ເຖິງວ່າສິດຄອບຄອງຕາມປະເພນີ ບໍ່ຄ່ອຍມີການບັນທຶກລົງໃນເອກະສານ, ແຕ່ມັນກໍເປັນທີ່ຮັບຮູ້ກັນທົ່ວໄປໃນສັງຄົມ ແລະ ກໍມີການຍືດຖື ໂດຍສະມາຊິກສັງຄົມໂດຍທົ່ວໄປ (FAO, 2016). ສະນັ້ນ ເອກະສານສະບັບນີ້ ຈຶ່ງມີເປົ້າໝາຍແນໃສ່ສົ່ງເສີມການຮັບຮູ້ ແລະ ການປົກປ້ອງຕາມກົດໝາຍ ກ່ຽວກັບລະບົດສິດຄອບຄອງ ຕາມປະເພນີ ພາຍໃນປະເທດ ຕາມຫຼັກການຕົ້ນຕໍຂອງທິດຊີ້ນຳໂດຍສະໝັກໃຈກ່ຽວກັບການຄຸ້ມຄອງສິດນຳໃຊ້ທີ່ດິນ, ການປະມົງ ແລະ ປ່າໄມ້ ໃນແງ່ຂອງຄວາມໝັ້ນຄົງ ດ້ານສະບຽງອາຫານແຫ່ງຊາດ (VGGT). ສິ່ງສຳຄັນຄວນຄຳນຶງກໍຄື ລະບົບສິດຄອບຄອງຕາມປະເພນີນີ້ ແມ່ນໃຊ້ໄດ້ກັບທີ່ດິນພາຍໃຕ້ການຄຸ້ມຄອງຂອງຊຸມຊົນ ແລະ ທີ່ດິນສ່ວນບຸກຄົນ ທີ່ນຳໃຊ້ໂດຍບຸກຄົນ ແລະ ຄອບຄົວ.

ແຫຼ່ງຂໍ້ມູນ (2)

ເບິ່ງຕົວຢ່າງຂໍ້ມູນ - ສິ່ງທ້າທາຍ ແລະ ໂອກາດໃນການຮັບຮູ້ ແລະ ປົກປ້ອງລະບົບສິດຄອບຄອງທີ່ດິນຕາມປະເພນີ ຢູ່ ສປປ ລາວ [ພາສາອັງກິດ]

Additional Info

Field Value
ປະເພດເອກະສານ Issue and policy briefs
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Land tenure and land titling
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) FAO and MRLG
ຜູ້ຈັດພິມ FAO and MRLG
ປີຈັດພິມ 2019
ຈຳນວນໜ້າ 16
ວັນທີອັບໂຫຼດ ມີນາ 21, 2019, 03:48 (UTC)
ວັນທີດັດແປງ ກັນຍາ 24, 2021, 08:23 (UTC)