Skip to content

ການນຳໃຊ້ ICT ເຂົ້າໃນລະບົບຂໍ້ມູນຂ່າວສານດ້ານສາທາລະນະສຸກ ພາຍໃຕ້ພື້ນຖານທາງຊັບພະຍາກອນທີ່ຕ່ຳ: ການຈັດຕັ້ງປະຕິບັດ DHIS2 ໃຫ້ເປັນລະບົບຂໍ້ມູນຂ່າວສານລວມດ້ານສາທາລະນະສຸກ ໃນ ສປປ ລາວ

ຈັດພິມໂດຍ: Open Development Laos

ເປັນເວລາສາມປີ ນັບແຕ່ການຫາລືໃນເບື້ອງຕົ້ນກ່ຽວກັບການນຳໃຊ້ ICT ສຳລັບລະບົບຄຸ້ມຄອງຂໍ້ມູນຂ່າວສານດ້ານສາທາລະນະສຸກຂອງລາວ (HMIS) ແລະ ການເລີ່ມຕົ້ນ ຂະບວນການປະຕິຮູບ ຂະແໜງສາທາລະນະສຸກຂອງລາວ, DHIS2 ໄດ້ກາຍເປັນລະບົບລາຍງານຂໍ້ມູນຂ່າວສານດ້ານສຸຂະພາບແຫ່ງຊາດຢ່າງເປັນທາງການສຳລັບ HMIS ເຊິ່ງລວມມີ ແຜນງານສຸຂະພາບຕົ້ນຕໍ ເຊັ່ນ MNCH, ວັນນະໂລກ, ໄຂ້ປ່າ ແລະ HIV. ປະຈຸບັນລະບົບດັ່ງກ່າວ ເປັນບ່ອນເກັບຮັກສາຂໍ້ມູນ ເຊິ່ງເກັບກຳ ແລະ ຄຸ້ມຄອງຂໍ້ມູນຕາມປົກກະຕິ ຈາກສູນບໍລິການສາທາລະນະສຸກທັງໝົດ ໃນທົ່ວປະເທດ ແລະ ເປັນການດານຂ່າວເພື່ອການເຜີຍແຜ່ ແລະ ນຳໃຊ້ຂໍ້ມູນຂ່າວສານ. ລະບົບດັ່ງກ່າວສາມາດສະໜອງບົດລາຍງານໂຄງການ, ບົດລາຍງານລະບົບສາທາລະນະສຸກແຫ່ງຊາດ, ບົດລາຍງານສະຖິຕິ ກໍຄືບົດລາຍງານອື່ນໆ ເພື່ອຈຸດປະສົງໃນການຕິດຕາມສຳລັບກະຊວງສາທາລະນະສຸກ ແລະ ລັດຖະບານລາວ (ວຽກງານ SDGs; UHC). ບົດລາຍງານສະບັບນີ້ ອະທິບາຍກ່ຽວກັບຂະບວນການພັດທະນາ HIS ໃນ ສປປ ລາວ ແຕ່ປີ 2013 ເຖິງ ເດືອນທັນວາປີ 2016. ການຂ້າມຜ່ານສິ່ງທ້າທາຍທາງດ້ານ ຄວາມສາມາດຂອງຊັບພະຍາກອນມະນຸດ ແລະ ຂໍ້ຈຳກັດກ່ຽວກັບພື້ນຖານໂຄງລ່າງ; ການສ້າງຄວາມເຂັ້ມແຂງໃຫ້ແກ່ການນຳໃຊ້ຂໍ້ມູນຂ່າວສານດ້ານສຸຂະພາບ ໂດຍສະເພາະ ສຳລັບການວາງແຜນ ແລະ ການຕັດສິນໃຈ ແມ່ນເປັນ ແລະ ຈະເປັນສິ່ງທີ່ສຳຄັນ ສຳລັບການສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງຂອງ HIS ພາຍໃຕ້ລະບົບ DHIS2 ໃຫ້ໃກ້ຄຽງ ກັບສະພາບແວດລ້ອມ ໃນບັນດາປະເທດກຳລັງພັດທະນາ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Applying ICT to Health Information Systems (HIS) in Low Resource Settings: Implementing DHIS2 as an Integrated Health Information Platform in Lao PDR

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Public health
  • SDG3 Good Health and Well-Being
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Chu, Anh, Chansaly Phommavong, John Lewis, Jorn Braa, and Wilfred Senyoni.
ຜູ້ຈັດພິມ Springer
ປີຈັດພິມ 2017
ຈຳນວນໜ້າ 12
ວັນທີອັບໂຫຼດ ພຶດສະພາ 20, 2019, 07:16 (UTC)
ວັນທີດັດແປງ ພະຈິກ 29, 2019, 07:20 (UTC)