Skip to content

ການສຳຫຼວດທຸລະກິດໃນ ສປປ ລາວ 2016: ບົດສັງລວມປະເທດ

ຈັດພິມໂດຍ: Open Development Laos

ກຸ່ມທະນາຄານໂລກ ໄດ້ດຳເນີນການສຳພາດຕໍ່ໜ້າກັບຜູ້ບໍລິຫານລະດັບສູງ ແລະ ເຈົ້າຂອງທຸລະກິດ ຈຳນວນ 368 ແຫ່ງໃນ ສປປ ລາວ ແຕ່ເດືອນມັງກອນ 2016 ເຖິງ ເດືອນມິຖຸນາ 2016. ຕົວຢ່າງການສຳຫຼວດທຸລະກິດ (ES) ແມ່ນຕາງໜ້າໃຫ້ແກ່ຂະແໜງເອກະຊົນທາງການຂອງ ສປປ ລາວ. ການສຳຫຼວດ ES ແມ່ນກວມເອົາຫຼາຍແງ່ມູມ ຂອງສະພາບແວດລ້ອມທຸລະກິດ ຄຽງຄູ່ກັບມາດຕະການໃນການດຳເນີນທຸລະກິດ. ຂໍ້ສະຫຼຸບຕົ້ນຕໍຈາກການສຳຫຼວດ ມີຄື: ທຸລະກິດໃນ ສປປ ລາວ ແມ່ນຢູ່ຫຼ້າຫຼັງບັນດາປະເທດຄູ່ແຂ່ງ ໃນດ້ານຍອດຂາຍປະຈຳປີ ແລະ ການຂະຫຍາຍຕົວຂອງການຈ້າງງານ; ທຸລະກິດທີ່ກູ້ຢືມເງິນຈາກທະນາຄານ ແມ່ນໜ້ອຍກວ່າປີ 2012, ແຕ່ວ່າ ອັດຕາສ່ວນການລົງທຶນພາຍໃຕ້ທຶນກູ້ຢືມຈາກທະນາຄານ ມີລັກສະນະເພີ່ມຂຶ້ນ; ເມື່ອທຽບກັບປີ 2012 ບໍລິສັດລາວ ໃຊ້ເວລາໜ້ອຍລົງໃນການຂໍໃບອະນຸຍາດ ແລະ ປະຕິບັດຕາມລະບຽບການ; ທຸລະກິດໃນ ສປປ ລາວ ໃຫ້ການຝຶກອົບຮົມທາງການໜ້ອຍລົງ ທຽບກັບປີ 2012 ແລະ ປະເທດຄູ່ແຂ່ງໃນພາກພື້ນ; ແລະ ບັນດາບໍລິສັດ ຖືວ່າຄູ່ແຂ່ງທີ່ບໍ່ເປັນທາງການ ເປັນອຸປະສັກທີ່ໃຫຍ່ທີ່ສຸດໃນດ້ານສະພາບແວດລ້ອມທຸລະກິດ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - 2016 Lao PDR Enterprise Survey : Country Highlights

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Economy and commerce
  • Small and medium enterprises SME
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ອົງການຈັດຕັ້ງ) ກຸ່ມທະນາຄານໂລກ
ຜູ້ຈັດພິມ ກຸ່ມທະນາຄານໂລກ
ປີຈັດພິມ 2017
ຈຳນວນໜ້າ 2
ວັນທີອັບໂຫຼດ ສິງຫາ 30, 2019, 08:48 (UTC)
ວັນທີດັດແປງ ພະຈິກ 18, 2019, 08:42 (UTC)