Skip to content

ທິດຊີ້ນຳໃນກ່ຽວກັບມາດຕະການໃນການເຂົ້າອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການແຜ່ລະບາດຂອງພະຍາດໂຄວິດ-19

ຈັດພິມໂດຍ: Open Development Laos

ອີງຕາມການທາບທາມຄວາມຄິດເຫັນຈາກທົ່ວສັງຄົມ ແລະອີງຕາມການຄົ້ນຄ້ວາ ແລະການສະເຫນີຂອງຄະນະສະເພາະກິດເພື່ອຄວບຄຸມ ແລະແກ້ໄຂການແຜ່ ລະບາດຂອງພະຍາດໂຄວິດ-19 ລັດຖະບານຈຶ່ງໄດ້ກໍານົດມາດຕະການ ເຂົ້າ-ອອກ ສປປ ລາວ ແລະມາດຕະການຜ່ອນຜັນພາຍໃນປະເທດໃນໄລຍະຍັງມີການ ລະບາດຂອງພະຍາດໂຄວິດ-19 ໂດຍມີແຈ້ງການສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022 ວ່າດ້ວຍການເຫັນດີຜ່ອນຜັນມາດຕະການໃນການ ເຂົ້າ-ອອກ ສປປ ລາວ ດັ່ງນີ້: 1. ເປີດດ່ານສາກົນທຸກດ່ານສໍາລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະຄົນບໍ່ມີສັນຊາດ. 2. ອະນຸຍາດໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາ (VISA) ກັບ ສປປ ລາວ ແບບສອງຝ່າຍ ຫລືຝ່າຍດຽວສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈໍາເປັນຕ້ອງຂໍວີຊາ (VISA). 3. ສໍາລັບພົນລະເມືອງຂອງບັນດາປະເທດທີ່ບໍ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ແມ່ນ ສາມາດຂໍວີຊາຈາກສະຖານທູດ, ສະຖານກົງສູນ ແຫ່ງ ສປປ ລາວ ທີ່ ປະຈໍາຢູ່ຕ່າງປະເທດ ຫລືຜ່ານລະບົບ E-VISA ຫລືຂໍວີຊາ (VISA) ກັບດ່ານ ຢູ່ດ່ານສາກົນທີ່ມີຫນ່ວຍງານວິຊາກັບດ່ານ. 4. ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະຄົນບໍ່ມີສັນຊາດ ອາຍຸແຕ່ 12 ປີ ຂຶ້ນໄປ ທີ່ບໍ່ທັນມີໃບຢັ້ງຢືນສັກວັກຊີນຄົບໂດສ ແມ່ນໃຫ້ມີຜົນກວດ ເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATF) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນທາງມາຮອດ ສປປ ລາວ ແລ້ວ ແມ່ນຈະບໍ່ມີ ການກວດຕົວຢ່າງຫາເຊື້ອໂຄວິດ-19 ຢູ່ສະຫນາມບິນ ຫລືຢູ່ດ່ານຊາຍ ແດນສາກົນທາງບົກ ຫລືທາງເຮືອອີກ. ສ່ວນຜູ້ທີ່ມີໃບຢັ້ງຢືນການສັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນ ທາງເຂົ້າມາ ສປປ ລາວ ໄດ້ປົກກະຕິໂດຍບໍ່ຮຽກຮ້ອງໃຫ້ມີການກວດຫາເຊື້ອໂຄວິດ-19 ອີກ ທັງຈາກປະເທດຕົ້ນທາງ ແລະເມື່ອເດີນທາງ ມາຮອດ ສປປ ລາວ. 5. ສໍາລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດໂຄວິດ-19 ແມ່ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງ ່ ເຊິ່ງສາມາດນໍາໃຊ້ການບໍລິການປິ່ນປົວຢູ່ໂຮງຫມໍລັດ, ໂຮງຫມໍເອກະຊົນ ຫລືປິ່ນປົວຕິດຕາມຕົນເອງຢູ່ສະຖານທີ່ພັກ (Home Isolation) ຕາມທີ່ໄດ້ກໍານົດໃນຄໍາ ແນະນໍາຂອງກະຊວງສາທາລະນະສຸກ. 6. ເຫັນດີອະນຸຍາດໃຫ້ນໍາໃຊ້ພາຫະນະປະເພດຕ່າງໆ ເຂົ້າ-ອອກ ສປປ ລາວ ຄືກັນກັບໄລຍະກ່ອນການລະບາດຂອງພະຍາດໂຄວິດ-19. ມອບໃຫ້ກະຊວງໂຍທາ, ທິການ ແລະຂົນສົ່ງອອກຄໍາແນະນໍາກ່ຽວກັບການນໍາໃຊ້ພາຫະນະສ່ວນຕົວ, ໂດຍສານ ແລະ ທ່ອງທ່ຽວ ເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງກັບສັນຍາສອງຝ່າຍ ແລະ ຫລາຍຝ່າຍທີ່ ສປປ ລາວ ເປັນພາຄີ. 7. ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫລອດຮອດ ຜູ້ປະກອບການທຸລະກິດຕ່າງໆ ກະກຽມຄວາມພ້ອມທຸກດ້ານໃນ ການບໍລິການ ຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະການປັບປຸງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາ ຫານ, ການບໍລິການຂົນສົ່ງ ແລະ ອື່ນໆ ທີ່ຕິດພັນກັບ ການບໍລິການການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ແລະ ມີຄຸນ ນະພາບດີກວ່າເກົ່າ ໂດຍໃຫ້ຖືວ່າວຽກງານບໍລິການ ແລະ ການທ່ອງທ່ຽວ ແມ່ນເປັນຄວາມ ຮັບຜິດຊອບລວມ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນການຟື້ນຟູເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ. 8. ເຫັນດີໃຫ້ເປີດບັນດາຮ້ານບັນເທີງ ແລະ ຄາລາໂອເກະ, ແຕ່ອົງການຈັດຕັ້ງກ່ຽວຂ້ອງ ຕ້ອງໄດ້ຕິດຕາມໃຫ້ມີການ ປະຕິບັດມາດຕະການປ້ອງກັນພະຍາດໂຄ. ວິດ-19 ຢ່າງເຂັ້ມງວດ. 9. ມອບໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ສົມທົບກັບຂະແຫນງສາທາລະນະສຸກສືບຕໍ່ຕິດຕາມ ແລະ ເຝົ້າລະວັງ ການລະບາດຂອງພະຍາດໂຄວິດ-19 ສາຍພັນໃຫມ່ ເພື່ອຮັບປະກັນໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະປິ່ນປົວຢ່າງມີປະສິດທິພາບ ແລະປະສິດທິຜົນ. ພ້ອມທັງສຸມໃສ່ການຈັດຕັ້ງການສັກວັກຊີນ ໃຫ້ໄດ້ຕາມຄາດຫມາຍທີ່ວາງໄວ້.

ແຫຼ່ງຂໍ້ມູນ (3)

ເບິ່ງຕົວຢ່າງຂໍ້ມູນ - ການເປີດປະເທດ ແລະ ມາດຕະການຜ່ອນຜັນຂອງ ສປປ ລາວ, ວັນທີ 9 ພຶດສະພາ 2022 (ພາສາລາວ)

Additional Info

Field Value
ພື້ນທີ່ພູມສັນຖານ (ຂອບເຂດທີ່ຕັ້ງ)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເລກທີອ້າງອີງ 627/ຫສນຍ
ໜ່ວຍງານ/ພາກສ່ວນທີ່ອອກເອກະສານ
  • ນາຍົກລັດຖະມົນຕີ
ພາສາ
  • ອັງກິດ
  • ລາວ
ປະເພດເອກະສານ ແຈ້ງການ
ຊື່ຫຍໍ້/ ຊື່ອື່ນ ການເປີດປະເທດ ແລະ ບັນດາມາດຕະການຜ່ອນຜັນຂອງ ສປປ ລາວ ນັບແຕ່ວັນທີ 9 ພຶດສະພາ 2022.
ຫົວຂໍ້ Pandemics
ສັນຍາລິຂະສິດ

No license given

ລິຂະສິດ No
ສະຖານະ ລົງນາມ ແລະ ມີຜົນບັງຄັບໃຊ້
ວັນທີຮັບຮອງ /ປະກາດໃຊ້ /ລົງນາມ 7 ພຶດສະພາ 2022
ວັນທີມີຜົນບັງຄັບໃຊ້ 7 ພຶດສະພາ 2022
ເອກະສານອ້າງອີງ Reopening_Laos,#627/PMO,07.05.2022.pdf.
ລີ້ງເພື່ອໄປຫາແຫຼ່ງຂໍ້ມູນ https://www.covid19.gov.la/index.php?r=site%2Fdetail&id=964 / https://www.facebook.com/SparkTranslation/photos/pcb.337010528520677/337009225187474
ຂໍ້ມູນຕິດຕໍ່

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19

ຄຳສັບຫຼັກ COVID-19
ວັນທີອັບໂຫຼດ ພຶດສະພາ 9, 2022, 04:12 (UTC)
ວັນທີດັດແປງ ພຶດສະພາ 9, 2022, 04:23 (UTC)