ເຖິງຈະບໍ່ຖືວ່າເປັນນະໂຍບາຍຢ່າງເປັນທາງການຂອງລັດຖະບານ, ການຍ້າຍພູມລຳເນົາຂອງຊົນເຜົ່າ ໄດ້ກາຍເປັນສູນກາງຂອງຍຸດທະສາດການພັດທະນາຊົນນະບົດໃນລາວ. ໃນຊ່ວງສິບປີຜ່ານມາ, ບ້ານທີ່ຕັ້ງຢູ່ເຂດພູສູງສ່ວນໃຫຍ່ ໄດ້ມີການຍ້າຍພູມລຳເນົາມາຢູເຂດທົ່ງພຽງ ແລະ ອຳນາດການປົກຄອງ ກໍມີແຜນທີ່ຈະຍ້າຍທີ່ຕັ້ງບ້ານທີ່ຍັງເຫຼືອໃນຊຸມປີຕໍ່ໜ້າ. ບົດວິໄຈນີ້ ແມ່ນມາຈາກການສຳຫຼວດແຫ່ງຊາດ ກ່ຽວກັບການຍ້າຍພູມລຳເນົາໃນລາວ, ພາຍໃຕ້ການມອບໝາຍຂອງອົງການຢູເນັສໂກ ແລະ ການສະໜັບສະໜູນຂອງ ອົງການຢູເອັນດີພີ, ເຊິ່ງດຳເນີນໂດຍທີມຜູ້ຂຽນ. ບົດລາຍງານນີ້ ແນໃສ່ຜົນຂອງການປ່ຽນແປງຄັ້ງໃຫຍ່ຂອງປະຊາກອນ ແລະ ການປ່ຽນແປງດ້ານສັງຄົມ ແລະ ວັດທະນະທຳ ທີ່ມາຈາກເຫດດັ່ງກ່າວ. ບົດລາຍງານນີ້ສະແດງໃຫ້ເຫັນວ່າ ການຍ້າຍພູມລຳເນົາທີ່ມີການວາງແຜນ ເພື່ອຈຸດປະສົງໃນການສົ່ງເສີມການຍ້າຍພູມລຳເນົາຂອງປະຊາກອນຢູ່ເຂດພູສູງ ເພື່ອຢຸດຕິການຖາງປ່າເຮັດໄຮ່ ແລະ ການປູກຝິ່ນ, ໃນຕົວຈິງແມ່ນເປັນສາເຫດໃຫ້ມີການປ່ຽນແປງພູມລຳເນົາທີ່ເພີ່ມຂຶ້ນ ແລະ ຫຼາກຫຼາຍຂຶ້ນໃນຊົນນະບົດ. ໃນທາງກັບກັນ ສິ່ງນີ້ເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາຊົນນະບົດ ແລະ ການຄຸ້ມຄອງສາຍພົວພັນການເມືອງລະຫວ່າງຊົນເຜົ່າມີຄວາມສັບສົນ. ສະຫຼຸບແລ້ວ ຂະບວນການ ຍ້າຍພູມລຳເນົາຂອງລັດຖະບານ ພາຍໃຕ້ຜົນການທົບທາງສັງຄົມທີ່ກວ້າງຂວາງ ແລະ ຍືດເຍື້ອ, ອາດເປັນການສົ່ງເສີມໃຫ້ມີການສືບຕໍ່ຍ້າຍຖິ່ນຖານ ທີ່ບໍ່ມີການຄຸ້ມຄອງ ແລະ ບໍ່ຕ້ອງການ ເຊິງເອີ້ນ ວ່າເປັນ “ຮູບແບບການປ່ຽນແປງທີ່ເປັນຜົນມາຈາກການຍ້ານພູມລຳເນົາ”.