Skip to content

ເຄື່ອງມືຕົວຊີ້ວັດການວິເຄາະສະພາບອາກາດ- ຂໍ້ມູນການປ່ອຍມົນລະພິດທາງອາກາດໃນອະດີດ (ບັນດາປະເທດ, ສະຫະລັດອາເມລິກາ, ສົນທິສັນຍາຫະສະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ)

ຈັດພິມໂດຍ: Open Development Laos

ເຄື່ອງມືຕົວຊີ້ວັດການວິເຄາະສະພາບອາກາດແມ່ນຊ່ວຍໃຫ້ສາມາດເຂົ້າເຖິງການວິເຄາະ ແລະ ພາບຂໍ້ມູນການປ່ອຍອາຍກ໊າສເຮືອນແກ້ວລ່າສຸດໄດ້ຢ່າງງ່າຍດາຍ ເຊິ່ງປະະກອບດ້ວຍຂໍ້ມູນຂອງ 191 ປະເທດ ແລະ ສະຫະພາບເອີຣົບ, ບັນດາ 50 ລັດຂອງ ສະຫະລັດອາເມລິກາ, 6 ປະເພດຂອງອາຍແກ໊ສ,ບັນດາຂະແໜງເສດຖະກິດຕ່າງໆ ພ້ອມທັງຂໍ້ມູນການປ່ອຍອາຍກ໊າສເຮືອນແກ້ວຂອງ 160ປີກ່ອນ ເລີ່ມແຕ່ປີ 1850-2014 ແລະ ການປ່ອຍອາຍກ໊າສຂອງຫຼາຍພາກສ່ວນໃນລະຫວ່າງປີ 1990-2014.

ບັນດາຂໍ້ມູນທີ່ມີຢູ່ ປະກອບມີ:

ເຄື່ອງມືຕົວຊີ້ວັດການວິເຄາະສະພາບອາກາດຂອງປະເທດທີ່ມີປ່ອຍອາຍກ໊າສເຮືອນແກ້ວ: ຂໍ້ມູນການປຽບທຽບກັນລະຫວ່າງ 6 ປະເພດຂອງອາຍກ້າສ ຂອງ191 ປະເທດ. ເຄື່ອງມືຕົວຊີ້ວັດການວິເຄາະສະພາບອາກາດຂອງລັດໃນສະຫະລັດອາເມລິກາ: ຂໍ້ມູນການປຽບທຽບກັນລະຫວ່າງ 6 ປະເພດຂອງອາຍກ້າສຈາກຫຼາຍ ພາກສ່ວນ ຂອງທຸກໆລັດໃນສະຫະລັດອາເມລິກາ.

ເອກະສານຊ້ອນທ້າຍ I ຂອງ ສົນທິສັນຍາຫະສະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ: ປະເທດທີ່ລາຍງານຂໍ້ມູນການປ່ອຍອາຍກ໊າສເຮືອນກະຈົກໃຫ້ແກ່ກອງເລຂາທິການສົນທິສັນຍາຫະສະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ.

ແຫຼ່ງຂໍ້ມູນ (4)

ເບິ່ງຕົວຢ່າງຂໍ້ມູນ - CAIT Country Socio-Economic Data

Additional Info

Field Value
ປະເພດຫົວຂໍ້ຊຸດຂໍ້ມູນ
  • Climate change
  • Energy
ພາສາ
  • ອັງກິດ
ຂໍ້ຈຳກັດໃນການນຳໃຊ້ ບັນດາຂໍ້ມູນທັງໝົດໃນໜ້າເວັບນີ້ແມ່ນມີໃບອະນຸຍາດ Creative Commons ທີ່ມີການອະນຸຍາດໃຫ້ສາມາດເນື້ອຫາຂອງ ສະຖາບັນຊັບພະຍາກອນໂລກ ຊ້ຳ ເມື່ອມີການລະບຸແຫຼ່ງທີ່ມາທີ່ເໝາະສົມ ເຊິ່ງໝາຍຄວາມວ່າທ່ານມີອິດສະຫຼະໃນການນຳໃຊ້, ສະແດງ ແລະ ແຈກຢາຍ ຜົນງານຂອງສະຖາບັນຊັບພະຍາກອນໂລກ ຫຼື ນຳໃຊ້ເນື້ອຫາຂອງເຮົາໃນວຽກງານການສືບຕໍ່ ພາຍໃຕ້ບັນດາເງື່ອນໄຂຕໍ່ໄປນີ້: ການສະແດງທີ່ມາຂອງຂໍ້ມູນຕ້ອງມີການລະບຸຊັດເຈນວ່າຂໍ້ມູນດັ່ງກ່າວແມ່ນໄດ້ມາຈາກໜ້າເວັບ ແລະ ສະໜອງລິ້ງທີ່ເຊື່ອມກັບ ໜ້າເວັບwww.wri.org, ພ້ອມທັງລະບຸຢ່າງຊັດເຈນວ່າມີການປ່ຽນແປງເນື້ອຫາ ຫຼື ບໍ່. ສຳລັບເອກະສານສິ່ງຕີພິມ, ງານວິໄຈ ຫຼື ການຄົ້ນຄວ້າຕ່າງໆ ແມ່ນຕ້ອງມີການສະໜອງລິ້ງທີ່ເຊື່ອມກັບ ໜ້າເວັບ www.wri.org ແທນການແຈກຈ່າຍຂໍ້ມູນໃນຮູບແບບ PDF ເພື່ອໃຫ້ຜູ້ນຳໃຊ້ສາມາດເຂົ້າຫາແຫຼ່ງຂໍ້ມູນທີ່ມີຢູ່ໃນປັດຈຸບັນ.
ວັນທີອ້າງອີງຂອງຊຸດຂໍ້ມູນ 1 ມິຖຸນາ 2015
ວັນທີເລີ່ມຕົ້ນການເກັບກຳຂໍ້ມູນ 1 ມັງກອນ 1990
ວັນທີສິ້ນສຸດການເກັບກຳຂໍ້ມູນ 1 ມັງກອນ 2014
ຊື່ທາງພູມສາດ
  • ບຼູໄນ ດາຣູຊາລຳ
  • ກຳປູເຈຍ
  • ຈີນ
  • ເກາະຄຼິສ໌ມາສ໌
  • ໝູ່ເກາະໂກໂກສ໌ (ຄີລິງ)
  • ຕີມໍ ເລັສ໌ເຕ
  • ຮ່ອງກົງ
  • ອິນເດຍ
  • ອິນໂດເນເຊຍ
  • ຍີ່ປຸ່ນ
  • ເກົາຫຼີ (ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ)
  • ສາທາລະນະລັດເກົາຫຼີ
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
  • ມາເລເຊຍ
  • ມົງໂກນ
  • ມຽນມາ
  • ຟິລິປິນ
  • ສິງກະໂປ
  • ສີລັງກາ
  • ໄທ
  • ຫວຽດນາມ
ຄວາມຊັດເຈນດ້ານທີ່ຕັ້ງ Please refer to source methodology for accuracy details.
ຄວາມສອດຄ່ອງຕາມເຫດຜົນ There are no known issues with logical consistency.
ຄວາມສົມບູນຂອງຂໍ້ຊຸດມູນ There are no known issues with completeness
ຂັ້ນຕອນການປະມວນຂໍ້ມູນ ບໍມີການປັບປ່ຽນ ຫຼື ປ່ຽນແປງໃດໆໃນຊຸດຂໍ້ມູນນີ້. ຊຸດຂໍ້ມູນນີ້ແມ່ນຈະມີການປັບປຸງເປັນໄລຍະເວລາໃດໜຶ່່ງ ເຊິ່ງຈະເປັນຂໍ້ມູນໃໝ່. ຜູ້ໃຊ້ຄວນຈະມີການກວດກາການປັບປຸງຂອງຂໍ້ມູນ ກ່ອນການນຳໃຊ້ຊຸດຂໍ້ມູນນີ້.
ແຫຼ່ງທີ່ມາ CAIT Climate Data Explorer http://www.wri.org/resources/data-visualizations/cait-climate-data-explorer CAIT ໃຊ້ຂໍ້ມູນຈາກບັນດາແຫຼ່ງຂໍ້ມູນດັ່ງຕໍ່ໄປນີ້: Carbon Dioxide Information Analysis Center CIA World Factbook Food and Agriculture Organization of the United Nations International Energy Agency The World Bank United Nations Framework Convention on Climate Change (UNFCCC) Secretariat U.S. Census Bureau U.S. Department of Commerce U.S. Energy Information Administration U.S. Environmental Protection Agency
ໜ່ວຍງານຮັບຜິດຊອບ http://www.wri.org/profile/johannes-friedrich EMAIL: JFriedrich@wri.org PHONE: +1 (202) 729-7657 LANGUAGES SPOKEN: English, German ALTERNATE CONTACT: Kelly Levin
ຂໍ້ມູນການສ້າງ metadata ຂ້ມູນຂອງການນຳໃຊ້ທີ່ດິນ ແລະ ປ່າໄມ້ແມ່ນສະໜອງໂດຍ ອົງການອາຫານ ແລະ ກະສິກຳຂອງສະຫະປະຊາຊາດ (FAO). ສະຖາບັນຊັບພະຍາກອນໂລກ (WRI) ແມ່ນໄດ້ຮັບສິດໃນການເຜີຍແຜ່ຂໍ້ມູນເຫຼົ່ານີ້ ແລະ ບໍ່ສາມາດໂອນສິດໄດ້. ດັ່ງນັ້ນ ຖ້າຫາກຜູ້ໃຊ້ຕ້ອງການທີ່ຈະເຜີຍແຜ່ຂໍ້ມູນຊຸດນີ້ອີກຄັ້ງ ບໍ່ວ່າຈະເປັນທັງໝົດ ຫຼື ສ່ວນໃດໜຶ່ງ ແມ່ນສາມາດຕິດຕໍ່ copyright@fao.org ໄດ້. ຫາກມີການນຳໃຊ້ຕົວຊີ້ວັດຂອງ ການປ່ຽນແປງການນຳໃຊ້ທີ່ດິນ ແລະ ປ່າໄມ້ ຫຼື ການກະສິກຳ, ຜູ້ໃຊ້ຄວນລະບຸຂໍ້ມູນອ້າງອີງຄື FAO 2016, FAOSTAT Emissions Database. ຫາກມີການນຳໃຊ້ຂໍ້ມູນການປ່ອຍອາຍກ໊າສກາກບອນຈາກຂໍ້ມູນການເຜົາໄໝ້ຂອງເຊື້ອເພີງ ໃຊ້ຄວນລະບຸຂໍ້ມູນອ້າງອີງຄື CO2 Emissions from Fuel Combustion, ©OECD/IEA, 2016. ຂໍ້ມູນຂອງ CAIT 2.0 UNFCCC ແມ່ນຂໍ້ມູນໂດຍກົງຈາກກົມເລາຂາທິການຂອງສົນທິສັນຍາຫະສະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ (UNFCCC) ສະນັ້ນໃນການອ້າງອີງຂ້ມູນຄວນເປັນ United Nations Framework Convention on Climate Change (UNFCCC) Secretariat. 2013. "Time Series – Annex I." Bonn: UNFCCC. Available at: http://unfccc.int/ghg_data/ghg_data_unfccc/time_series_annex_i/items/3814.php; ສຳລັບຂໍ້ມູນສະເພາະຂອງປະເທດແມ່ນສາມາດເບິ່ງໄດ້ທີ່ http://unfccc.int/ghg_data/ghg_data_unfccc/data_sources/items/3816.php
ສັນຍາລິຂະສິດ CC-BY-NC-4.0
ລິຂະສິດ Yes
ເວີຊັ້ນ 1990-2014
ຄຳສັບຫຼັກ greenhouse gas emissions,country emissions,carbon dioxide
ວັນທີອັບໂຫຼດ ກຸມພາ 7, 2018, 07:16 (UTC)
ວັນທີດັດແປງ ຕຸລາ 10, 2018, 08:57 (UTC)