Skip to content

ຜົນກະທົບຂອງການສ້າງເສັ້ນທາງເຂົ້າເຂດຜະລິດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພູມີທັດໃນກຸ່ມບ້ານນາຕອງ, ເມືອງຊຽງຄໍ້, ແຂວງຫົວພັນ

ຈັດພິມໂດຍ: National University of Laos

ການຜະລິດສາລີເປັນສິນຄ້າ ແມ່ນທາງເລືອກໜຶ່ງໃນການສ້າງເສດຖະກິດຄອບຄົວຂອງຊາວກະສິ ກອນໃນເຂດພາກເໜືອຂອງ ສປປ ລາວ ເຊິ່ງມີສ່ວນໃນການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີ ການປັບປຸງທີ່ດີຂຶ້ນ. ຢ່າງໃດກໍ່ຕາມ, ການຜະລິດສາລີມີຂໍ້ຈໍາກັດທາງດ້ານພື້ນທີ່ຜະລິດ ແລະ ຄວາມບໍ່ສະດວກໃນລະບົບການຂົນສົ່ງຜົນຜະລິດ. ດັ່ງນັ້ນ, ຈິ່ງໄດ້ນໍາໄປສູ່ການທະລຸເສັ້ນທາງນ້ອຍເພື່ອໄປຫາເຂດຜະລິດ. ຈຸດປະສົງບົດຄົ້ນຄວ້ານີ້ແມ່ນ ເພື່ອປະເມີນຜົນກະທົບໃນການສ້າງເສັ້ນທາງເຂົ້າເຂດຜະລິດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ເພື່ອສຶກສາການປ່ຽນແປງທາງພູມີທັດດ້ວຍການວິເຄາະຂໍ້ມູນທາງພື້ນທີ່ ໂດຍປະຍຸກໃຊ້ລະບົບຂໍ້ມູນຂ່າວສານພູມສາດ ກໍລະນີສຶກສາກຸ່ມບ້ານນາຕອງ ເມືອງຊຽງຄໍ້ ແຂວງຫົວພັນ. ການວິເຄາະຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນແມ່ນອາໄສຂໍ້ມູນປະຖົມມະພູມທີ່ເກັບຈາກພາກສະໜາມໃນໄລຍະຕົ້ນປີ 2016 ແລະ ຂໍ້ມູນທຸດຕິຍະພູມຈາກໂຄງການ Catch-Up ທີ່ເກັບຂໍ້ມູນໃນປີ 2009 (www.asia-uplands.org/Catch-Up/index.php). ຂໍ້ມູນທີ່ໃຊ້ໃນການວິເຄາະສະພາບພື້ນທີ່ປະກອບດ້ວຍພາບຖ່າຍຈາກດາວທຽມແລນແຊັດ (Landsat) (ປີ 2003, 2008, 2013, ແລະ 2015) ຈາກເວັບໄຊ USGS, ຂໍ້ມູນຈາກໂຄງການ EFICAS ປະກອບດ້ວຍພາບຖ່າຍຈາກດາວທຽມສະປັອດ (SPOT) ປີ 2015, ພາບຖ່າຍທາງອາກາດປີ 2014, ຂໍ້ມູນຈາກການສໍາຫຼວດພາກສະໜາມ ໃນຕົ້ນປີ 2016 ແລະ ຂໍ້ມູນຂອບເຂດການປົກຄອງ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - ຜົນກະທົບຂອງການສ້າງເສັ້ນທາງເຂົ້າເຂດຜະລິດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພູມີທັດໃນກຸ່ມບ້ານນາຕອງ, ເມືອງຊຽງຄໍ້, ແຂວງຫົວພັນ

Additional Info

Field Value
ປະເພດເອກະສານ Conference/workshop proceedings and presentations
ພາສາຂອງເອກະສານ
  • ລາວ
ຫົວຂໍ້
  • Maize corn
  • Roads and bridges
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ແຂວງ
  • Houaphanh
ລິຂະສິດ Unclear copyright
ສະບັບທີ / ຄັ້ງທີ 2017
ສັນຍາລິຂະສິດ unspecified
ຜູ້ຂຽນຮ່ວມ (ບຸກຄົນ) Sonnasack Phaipasith, SHI Guoqing, Jean-Christophe Castella
ປີຈັດພິມ 2017
ຄຳສັບຫຼັກ feeder road,spatial pattern,land cover change,ເມືອງຊຽງຄໍ້,ຜົນກະທົບຂອງການສ້າງເສັ້ນທາງ,ການສ້າງເສັ້ນທາງເຂົ້າເຂດຜະລິດ,ຊີວິດການເປັນຢູ່ຂອງປະຊາຊົນ,ພູມີທັດ,ຫົວພັນ,Sonnasack,Phaipasith,ສອນນະສັກ,ໄພປະສິດ
ວັນທີອັບໂຫຼດ ມິຖຸນາ 5, 2019, 02:35 (UTC)
ວັນທີດັດແປງ ມິຖຸນາ 10, 2019, 01:48 (UTC)