Skip to content

ແຈ້ງການເລື່ອງ ທິດຊີ້ນຳກ່ຽວກັບການສະເໜີຂໍລົງທຶນ ໃນບັນດາໂຄງການໃນກິດຈະການໄຟຟ້າປະເພດຕ່າງໆ ໃນທົ່ວປະເທດ

ຈັດພິມໂດຍ: Open Development Laos
  1. ໂຈະການຮັບ ແລະ ພິຈາລະນາ ໂຄງການພະລັງງານໃໝ່ ໃນຂະແໜງໄຟຟ້ານ້ຳຕົກ, ພະລັງງານຖ່ານຫີນ ແລະ ພະລັງງານທາງເລືອກຕ່າງໆ ເປັນເວລາ 2 ປີ (ເຖິງວັນທີ 31 ທັນວາ 2020). ທັງນີ້ກໍຍ້ອນວ່າ ລັດຖະບານຈະຕິດຕາມ, ປະເມີນ ແລະ ຈັດສັນຕະຫຼາດໃໝ່ ສຳລັບໂຄງການດ້ານພະລັງງານ ທີ່ລັດຖະບານໄດ້ໃຫ້ການອະນຸມັດແລ້ວໃນໄລຍະຜ່ານມາ.
  2. ໃນໄລຍະທີ່ມີການໂຈະດັ່ງກ່າວ (2 ປີ), ກະຊວງແຜນການ ແລະ ການລົງທຶນ ຈະປະສານກັບກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ ແລະ ຂະແໜງການ ທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າລາຍລະອຽດຂອງໂຄງການພະລັງງານ ທີ່ລັດຖະບານໄດ້ໃຫ້ການອະນຸມັດແລ້ວ.
  3. ກະຊວງພະລັງງານ ແລະ ບໍ່ແຮ່ ຈະເປັນຂະແໜງການຫຼັກ ໃນການປະເມີນຄວາມຈຳເປັນຂອງການນຳໃຊ້ກະແສໄຟຟ້າພາຍໃນລາວ ແລະ ບັນດາປະເທດເພື່ອນບ້ານ, ໃນຂະນະດຽວກັນກໍເພື່ອປັບປຸງນະໂຍບາຍ ການກຳນົດລາຄາ ການນຳໃຊ້ກະແສໄຟຟ້າ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Notice on the direction of new energy project proposals in Lao PDR

Additional Info

Field Value
ພື້ນທີ່ພູມສັນຖານ (ຂອບເຂດທີ່ຕັ້ງ)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເລກທີອ້າງອີງ No.467/PMO
ໜ່ວຍງານ/ພາກສ່ວນທີ່ອອກເອກະສານ
  • ນາຍົກລັດຖະມົນຕີ
ພາສາ
  • ລາວ
ປະເພດເອກະສານ ແຈ້ງການ
ຫົວຂໍ້ Energy
ສັນຍາລິຂະສິດ Creative Commons Attribution
ລິຂະສິດ Yes
ສະຖານະ ຮັບຮອງ, ຜ່ານການກວດກາ, ມີຜົນບັງຄັບໃຊ້
ວັນທີແກ້ໄຂຊຸດຂໍ້ມູນ (ສະບັບຮ່າງ) 18 ມີນາ 2019
ວັນທີຮັບຮອງ /ປະກາດໃຊ້ /ລົງນາມ 18 ມີນາ 2019
ວັນທີມີຜົນບັງຄັບໃຊ້ 18 ມີນາ 2019
ເອກະສານອ້າງອີງ nan
ລີ້ງເພື່ອໄປຫາແຫຼ່ງຂໍ້ມູນ http://laoofficialgazette.gov.la/kcfinder/upload/files/Promulgated%20TIP%20%20Law.pdf
ວັນທີອັບໂຫຼດ ເມສາ 10, 2019, 06:58 (UTC)
ວັນທີດັດແປງ ທັນວາ 5, 2019, 07:30 (UTC)