ຫຼາຍໂຄງການ ແລະ ນະໂຍບາຍໃນລາວ ໃຫ້ການສົ່ງເສີມການຍ້າຍພູມລຳເນົາພາຍໃນປະເທດ ຂອງປະຊາກອນທີ່ສ່ວນໃຫຍ່ເປັນຊາວຊົນເຜົ່າ ຈາກເຂດພູສູງ ລົງສູ່ເຂດທົ່ງພຽງ ແລະ ຕາມແຄມຖະໜົນ. ເຫດຜົນສຳລັບການຍ້າຍພູມລຳເນົາມີຫຼາຍຢ່າງເຊັ່ນ: ການລຶບລ້າງການປູກຝິ່ນ, ບັນຫາກ່່ຽວກັບຄວາມໝັ້ນຄົງ, ການເຂົ້າເຖິງ ແລະ ການໃຫ້ການບໍລິການ, ຄວາມປອງດອງທາງວັດທະນະທຳ ແລະ ການກໍ່ສ້າງປະເທດຊາດ, ແລະ ການຫຼຼຸດຜ່ອນການຖາງປ່າເຮັດໄຮ່. ມີຫຼັກຖານຢັ້ງຢືນວ່າ ການຍ້າຍພູມລຳເນົາດັ່ງກ່າວ ມີຜົນກະທົບຮ້າຍແຮງ ຕໍ່ການດຳລົງຊີວິດ ແລະ ວັດທະນະທຳໃນທ້ອງຖິ່ນ, ແລະ ບັນດາອົງການຊ່ວຍເຫຼືອສາກົນກໍມີບົດບາດທີ່ສຳຄັນ ທີ່ແຕກຕ່າງກັນ ແລະ ຂັດແຍ່ງກັນໃນບາງກໍລະນີ ກ່ຽວກັບການ ຍ້າຍພູມລຳເນົາພາຍໃນດັ່ງກ່າວ. ໃນຂະນະທີ່ບາງອົງການຈັດຕັ້ງ ກໍໃຫ້ການສະໜັບສະໜູນການຍ້າຍພູມລຳເນົາ ຖ້າວ່າເປັນການຍ້າຍໂດຍສະໝັກໃຈ, ແຕ່ມັນກໍເປັນການຍາກ ທີ່ຈະຈຳແນກວ່າເປັນການຍ້າຍໂດຍສະໝັກໃຈ ຫຼືບໍ່ສະໝັກໃຈ ຕາມເນື້ອໃນຂອງລາວ. ອົງການຈັດຕັ້ງ ທັງທີ່ຂຶ້ນກັບລັດ ແລະ ບໍ່ຂຶ້ນກັບລັດ ເຫັນວ່າມັນເປັນການສະດວກ ທີ່ຈະກຳນົດວ່າ ການຍ້າຍພູມລຳເນົາທີ່ລິເລີ່ມໂດຍຜູ້ທີ່ບໍ່ແມ່ນຄົນທ້ອງຖິ່ນ ເປັນການຍ້າຍໂດຍສະໝັກໃຈ.