Skip to content

ສິດໃນການຄອບຄອງນຳໃຊ້ທີ່ດິນ ແລະ ປ່າໄມ້ໃນລາວ: ພາບລວມພື້ນຖານປີ 2016 ພ້ອມດ້ວຍທາງເລືອກເພື່ອການມີສ່ວນຮ່ວມຂອງຊຸມຊນໃນການຄຸ້ມຄອງປ່າໄມ້

ຈັດພິມໂດຍ: Open Development Laos

ບົດທົບທວນສະບັບນີ້ ອະທິບາຍເຈັດຂັ້ນຕອນທີ່ມີອິດທິພົນຕໍ່ເນື້ອໃນ ແລະ ເປັນຕົວກຳນົດສິດໃນການຄອບຄອງນຳໃຊ້ທີ່ດິນ ແລະ ປ່າໄມ້ໃນລາວໃນປະຈຸບັນ. ເຊິ່ງລວມມີ 1. ການຄຸ້ມຄອງປ່າໄມ້ໃນລະດັບມະຫາພາກ, 2. ການຈັດເຂດໃນລະດັບບ້ານ ແລະ ການວາງແຜນການນຳໃຊ້ທີ່ດິນ, 3. ການລົງທຶນ ແລະ ພື້ນຖານໂຄງລ່າງຂະໜາດໃຫຍ່, 4. ການອອກໃບຕາດິນສ່ວນບຸນຄົນ, 5. ການປູກພືດຂະໜາດນ້ອຍເພື່ອສ້າງລາຍໄດ້ ແລະ ການເຮັດກະເສດແບບມີຂໍ້ສັນຍາ, 6. ການຄຸ້ມຄອງປ່າໄມ້ແບບຫັນສູ່ຊຸມຊົນ ແຕ່ບໍ່ສະເພາະເຈາະຈົງສຳລັບ REDD+, ແລະ 7. ການອອກໃບຕາດິນຊຸມຊົນ ແລະ ຮູບແບບການຮັບຮູ້ສິດການຄອບຄອງນຳໃຊ້ອື່ນໆ. ສະຫຼຸບແລ້ວ, ເອກະສານສະບັບນີ້ ແມ່ນເພື່ອສ້າງພື້ນຖານທົ່ວໄປ ສຳລັບການປຶກສາຫາລືພາຍໃນຂະແໜງການທີ່ດິນ ແລະ ປ່າໄມ້. ເປົ້າໝາຍໃນນີ້ ກໍເພື່ອສ້າງພື້ນຖານເຄິ່ງກາງລະຫວ່າງ ລາຍລະອຽດທີ່ງ່າຍດາຍຂອງ ຄວາມໝັ້ນຄົງດ້ານການຄອບຄອງນຳໃຊ້ ເຊັ່ນ ເອກະສານທີ່ອີງໃສ່ພຽງແຕ່ສະຖານະທາງການ ແລະ ການຮັບຮູ້ທີ່ກວ້າງຂວາງແຕ່ຫຍຸ້ງຍາກໃນການນຳໃຊ້ ທີ່ຍັງຄົງສັບສົນ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - Land and Forest Tenure in Laos: Baseline Overview 2016 with Options for Community Participation in Forest Management

Additional Info

Field Value
ປະເພດເອກະສານ Analysis, discussion papers, and blogs
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້ Land
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນ (ບຸກຄົນ) Michael Dwyer
ຜູ້ຈັດພິມ UN-REDD PROGRAMME
ປີຈັດພິມ 2017
ຈຳນວນໜ້າ 54
ວັນທີອັບໂຫຼດ ເມສາ 8, 2019, 06:58 (UTC)
ວັນທີດັດແປງ ທັນວາ 5, 2019, 04:58 (UTC)