ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ມີຊັບພະຍາກອນທຳມະຊາດອັນອຸດົມສົມບູນ, ເຊິ່ງເປັນຕົວຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດໃນອັດຕາ 8 ສ່ວນຮ້ອຍຕໍ່ປີ ນັບແຕ່ປີ 2000. ຄວາມອຸດົມຮັ່ງມີດ້ານຊັບພະຍາກອນທຳມະຊາດ ກວມເອົາກວ່າເຄິ່ງໜຶ່ງຂອງຄວາມຮັ່ງມີຂອງປະເທດ. ເຖິງວ່າເນື້ອທີ່ປ່າໄມ້ຂອງລາວ ຈະຫຼຸດລົງໃນອັດຕາ 3.6 ສ່ວນຮ້ອຍ ໃນລະຫວ່າງປີ 2005 ແລະ 2015, ສປປ ລາວກໍຍັງເປັນປະເທດ ທີ່ມີພື້ນທີ່ປ່າໜ້າແໜ້ນທີ່ສຸດໃນພາກພື້ນ, ມູນຄ່າຂອງປ່າໄມ້ ແລະ ເຄື່ອງປ່າ ແມ່ນ 10,740 ໂດລາສະຫະລັດ ຕໍ່ຫົວຄົນ. ຄວາມຂາດປະສິດທິພາບ ເຊັ່ນ ການນຳໃຊ້ເກີນຈຳເປັນ, ການຂາດງົບປະມານ ແລະ ການຄຸ້ມຄອງທີ່ບໍ່ຍືນຍົງ ແລະ ບໍ່ເປັນວິທະຍາສາດ ໄດ້ນຳໄປສູ່ການຫຼຸດລົງຂອງພື້ນທີ່ປ່າຳມ້, ຄວາມອຸດົມຮັ່ງມີທາງທຳມະຊາດ ແລະ ລາຍຮັບຂອງລັດ. ການປະຕິຮູບດ້ານນະໂຍບາຍ, ການກໍ່ສ້າງສະຖາບັນ ແລະ ການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ຂອງ ສປປ ລາວ ແມ່ນແນໃສ່ສ້າງພື້ນຖານໃໝ່ ເພື່ອຮັກສາຊັບພະຍາກອນປ່າໄມ້ ແລະ ປະຊາຊົນ ແລະ ຂະແໜງການທີ່ອາໄສປ່າໄມ້ ເຊັ່ນ ການທ່ອງທ່ຽວ, ກະສິກຳ, ພະລັງງານ, ນ້ຳ, ການປະມົງ ແລະ ການຜະລິດໄມ້. ການປະຕິຮູບຂະແໜງປ່າໄມ້ອັນທະເຍີທະຍານຂອງ ສປປ ລາວ ມີເປົ້າໝາຍແນໃສ່ບັນລຸການຂະຫຍາຍຕົວແບບຍືນຍົງທາງສິ່ງແວດລ້ອມ ແລະ ການເງິນ, ຄວາມສາມາດຮອງຮັບຕໍ່ການປ່ຽນແປງ, ແລະ ການຂະຫຍາຍຕົວດ້ານເສດຖະກິດທີ່ທົ່ວເຖິງ, ໂດຍສະເພາະຜ່ານນັກລົງທຶນເອກະຊົນທີ່ໜ້າເຊື່ອຖື. ແຜນການປະຕິຮູບດັ່ງກ່າວ ຕາມແຜນຂອງລັດຖະບານ ມີເປົ້າໝາຍຂະຫຍາຍພື້ນທີ່ປ່າໄມ້ໃຫ້ໄດ້ 70 ສ່ວນຮ້ອຍ ຈາກ 58 ສ່ວນຮ້ອຍໃນປະຈຸບັນ, ເຊິ່ງຈະຊ່ວຍຫຼຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳ ແລະ ຊີວິດການເປັນຢູ່ສີຂຽວ, ສົ່ງເສີມອຸດສາຫະກຳທ້ອງຖິ່ນ ແລະ ຂະຫຍາຍການຄຸ້ມຄອງປ່າໄມ້ທີ່ຍືນຍົງແບບມີສ່ວນຮ່ວມ ແລະ ການຟື້ນຟູປ່າໄມ້, ກໍຄືເພື່ອປະກອບສ່ວນຕາມເຈດຈຳນົງ ແຫ່ງຊາດຂອງ ສປປ ລາວ ຕໍ່ດຳເນີນການກ່ຽວກັບການປ່ຽນແປງຂອງສະພາບອາກາດ. ທັງນີ້ທັງນັ້ນ, ນັກລົງທຶນປູກໄມ້ເພື່ອທຸລະກິດຂອງພາກສ່ວນເອກະຊົນທີ່ໜ້າເຊື່ອຖື ກໍເລີ່ມຂະຫຍາຍການລົງທຶນພາຍໃນປະເທດ.