Skip to content

Additional Information

Field Value
Last updated 22 ມິຖຸນາ 2020
Created 22 ມິຖຸນາ 2020
ຮູບແບບເອກະສານ PDF
ການອະນຸຍາດ Creative Commons Non-Commercial (Any)
ຊື່ KHMER-ສະຖານະອົງຄວາມຮູ້: ແມ່ຍິງ ແລະ ແມ່ນໍ້າໃນພາກພື້ນແມ່ນໍ້າຂອງ
ລາຍລະອຽດ

ບົດສຶກສາ “ສະຖານະອົງຄວາມຮູ້ກ່ຽວກັບ ແມ່ຍິງ ແລະ ແມ່ນໍ້າໃນ ພາກພື້ນແມ່ນໍ້າຂອງ ໄດ້ຊີ້ໃຫ້ເຫັນເຖິງການມີສ່ວນຮ່ວມທີ່ສໍາຄັນຂອງ ແມ່ຍິງ ທັງທີ່ເປັນຢູ່ແລ້ວ ແລະ ສິ່ງທີ່ຈະເກີດຂື້ນ ເພື່ອໃຫ້ເກີດມີສະພາບ ທາງສັງຄົມ, ສິ່ງແວດລ້ອມ ແລະ ການຄຸ້ມຄອງທີ່ດີຂື້ນສໍາລັບແມ່ນໍ້າຂອງ ຂອງພວກເຮົາ. ບົດສຶກສານີ້ ໄດ້ສະແດງໃຫ້ເຫັນເຖິງການມີຫມາກຜົນທີ່ດີ ຈາກການທີ່ແມ່ຍິງມີສ່ວນຮ່ວມໃນຂະບວນການຕັດສິນໃຈ ກ່ຽວກັບ ການຄຸ້ມຄອງຊັບພະຍາກອນນໍ້າ. ແຕ່ເຖິງຢ່າງໃດກໍ່ຕາມ ພື້ນທີ່ເພື່ອໃຫ້ ມີຄວາມເປັນຜູ້ນໍາ ແລະ ການມີສ່ວນຮ່ວມຢ່າງແທ້ຈິງຂອງແມ່ຍິງ ນັ້ນແມ່ນຍັງເປັນສິ່ງທີ່ມີຄວາມທ້າທາຍຫຼາຍ. ການສຶກສາໃນຄັ້ງນີ້ ຍັງສະແດງໃຫ້ເຫັນເຖິງ ປັດໄຈທີ່ກໍ່ໃຫ້ເກີດຄວາມບໍ່ເທົ່າທຽມກັນ ທີ່ເກີດຂື້ນໃນທຸກປະເທດພາກພື້ນແມ່ນໍ້າຂອງ. ພ້ອມນັ້ນກໍ່ຍັງໄດ້ຍົກ ໃຫ້ເຫັນເຖິງຕົວແບບທີ່ດີ ຂອງບົດບາດແມ່ຍິງທີ່ມີຄວາມສໍາຄັນ ແລະ ສາມາດປະກອບສ່ວນໃນການຕັດສິນໃຈໃນການຄຸ້ມຄອງແມ່ນໍ້າ ແລະ ຊັບພະຍາກອນນໍ້າ ທີ່ພວກເຂົາ ແລະ ຊຸມຊົນໄດ້ອາໃສ ເພື່ອການດໍາລົງ ຊີວິດຕະຫຼອດມາ.

ພາສາຂອງແຫຼ່ງຂໍ້ມູນ
  • ຂະແມ