Skip to content

NAMA ສຳລັບຂະແໜງພະລັງງານທົດແທນໃນ ສປປ ລາວ

ຈັດພິມໂດຍ: Open Development Laos

ການປະຕິບັດເພື່ອຫຼຸດຜ່ອນຜົນກະທົບຕາມຄວາມເໝາະສົມແຫ່ງຊາດ (NAMA) ສະເໜີໂອກາດສຳລັບການພັດທະນາແບບຍືນຍົງ ແລະ ນຳໃຊ້ຄາບອນໃນປະລິມານຕ່ຳສຳລັບ ສປປ ລາວ. ລັດຖະບານສາມາດເສີມສ້າງຂອບນະໂຍບາຍທີ່ມີຢູ່, ເຊິ່ງສັງລວມນະໂຍບາຍ, ແຜນການ ແລະ ການປະຕິບັດ ທີ່ມີເປົ້າໝາຍແນໃສ່ຫຼຸດຜ່ອນຜົນກະທົບ ຈາກການປ່ອຍ ທາດອາຍພິດເຮືອນແກ້ວ (GHG) ເພື່ອກ້າວໄປສູ່ການພັດທະນາແບບຍືນຍົງ, ເພື່ອກຳນົດຂອບໂຄງສ້າງການພັດທະນາ NAMA ທີ່ເລິກເຊິ່ງ ແລະ ມີເຫດຜົນ ສຳລັບ ສປປ ລາວ. ເປົ້າໝາຍລວມຂອງ NAMA ນີ້ ແມ່ນເພື່ອສະໜັບສະໜູນ ສປປ ລາວໃນການປະຕິບັດເປົ້າໝາຍທີ່ກຳນົດ ໃນແຜນແມ່ບົດໃນການແຈກຢາຍກະແສໄຟຟ້າໃນຊົນນະບົດ, ກໍຄືການ ສະໜອງການເຂົ້າເຖິງກະແສໄຟຟ້າໃນບັນດາຄົວເຮືອນທົ່ວ ສປປ ລາວ ໃຫ້ໄດ້ເກີນ 90 ສ່ວນຮ້ອຍພາຍໃນປີ 2020. NAMA ຈະຊ່ວຍຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ ຜ່ານການປ່ຽນແທນການນຳໃຊ້ເຊື້ອເພິງຊີວະພາບ ດ້ວຍຮູບແບບພະລັງງານທົດແທນ. ນອກນີ້ ຍັງປະກອບສ່ວນສ້າງປະໂຫຍດໃຫ້ແກ່ການພັດທະນາແບບຍືນຍົງ ເຊັ່ນ ເປັນການຍົກລະດັບຊີວິດການເປັນຢູ່ຂອງກຸ່ມທີ່ອ່ອນແອ, ແມ່ຍິງ ແລະ ຜູ້ທຸກຍາກ.

ແຫຼ່ງຂໍ້ມູນ (1)

ເບິ່ງຕົວຢ່າງຂໍ້ມູນ - NAMA for the Renewable Energy Sector of Lao PDR

Additional Info

Field Value
ປະເພດເອກະສານ Reports, journal articles, and research papers (including theses and dissertations)
ພາສາຂອງເອກະສານ
  • ອັງກິດ
ຫົວຂໍ້
  • Energy policy and administration
  • Renewable energy production
  • Rural water and sanitation infrastructure
ພື້ນທີ່ພູມສັນຖານ (ຂອບເຂດພື້ນທີ່)
  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ລິຂະສິດ Yes
ສະບັບທີ / ຄັ້ງທີ 1
ສັນຍາລິຂະສິດ Creative Commons Attribution
ຜູ້ຂຽນຮ່ວມ (ອົງການຈັດຕັ້ງ) UNDP and Ministry of Energy and Mines, Lao PDR
ຜູ້ຈັດພິມ UNDP
ປີຈັດພິມ 2016
ຈຳນວນໜ້າ 120
ຄຳສັບຫຼັກ Lao renewable energy sector
ວັນທີອັບໂຫຼດ ມິຖຸນາ 18, 2018, 08:12 (UTC)
ວັນທີດັດແປງ ທັນວາ 10, 2019, 06:42 (UTC)